ການກວດກາ ຄຸນນະພາບ ໂຄງການກໍ່ສ້າງຫ້ອງການ ຊສ ເມືອງພະລານໄຊ, ແຂວງສະຫວັນນະເຂດ

     ໃນ​ວັນ​ທີ 10 ສິງຫາ 2022, ​ເວລາໂມງ​ 30 ນາທີ ຄະນະກໍາມະການວຽກ ຈັດຊື້ຈັດຈ້າງ ຂອງ ພຊສ ແຂວງ ພາກສ່ວນອ້ອມຂ້າງເຂົ້າຮ່ວມທັງໝົດ ຈໍານວນ 07 ທ່ານ. ເພື່ອລົງກວດກາ​ຄຸນນະພາບ ​ໂຄງການ​ກໍ່ສ້າງ​​ຫ້ອງການ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ເມືອງພະລານໄຊ, ​ແຂວງ​ສະຫວັນນະເຂດ.

​​ໂຄງການກໍ່ສ້າງຫ້ອງການ ຊສ ເມືອງພະລານໄຊ ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 11 ມັງກອນ 2021 ໂດຍປະຕິບັດຕາມ ໃບສັ່ງເລກທີ 037/ພຊສ.ສຂ ລົງວັນທີ 11 ມັງກອນ 2021 ແລະ ສຳເລັດການກໍ່ສ້າງ 100% ໃນວັນທີ 12 ພະຈິກ 2020 ໂດຍແມ່ນກຸ່ມບໍລິສັດ ຄູນໄຊ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາການກໍ່ສ້າງ, ມີມູນຄ່າການກໍ່ສ້າງທັງໝົດ 759.999.000 ກີບເປັນອາຄານຊັ້ນດຽວເບຕົງເສີມເຫຼັກກໍ່ດ້ວຍດິນຈີ່ມຸງດ້ວຍກະເບື້ອງອາຄານດັ່ງກ່າວ ມີຂະໜາດ 15x20 ແມັດມີ 0ຫ້ອງ (ຫ້ອງທີ່ 7 ມີ 2 ຫ້ອງນ້ຳຕິດ ກັບອາຄານ) ແລະ  ໄດ້ມອບ-ຮັບອາຄານຫ້ອງການ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ເມືອງພະລານໄຊ ຫຼັງໃໝ່ນີ້ ໃນວັນທີ 04 ສິງຫາ 2021 (ຕາມບົດບັນທຶກມອບ-ຮັບ ເລກທີ 1028/ພຊສ.ສຂ ລົງວັນທີ 04 ສິງຫາ 2021); 

ດ້ານ​ມາດຕະຖານ​ເຕັກນິກ: ​ເຫັນ​ວ່າ ກຸ່ມບໍລິສັດ ຄູນໄຊ ພັດທະນາກໍ່ສ້າງ ຈໍາກັດຜູ້ດຽວ ຜູ້ຮັບ​ເໝົາ​ໂຄງການ​ກໍ່ສ້າງ​ໄດ້​ປະຕິບັດ​ຕາມ​ມາດຖານ​ເຕັກນິກ​ທຸກ​ຢ່າງ​ ທີ່​ກໍານົດ​ໄວ້​ຕາມ​ເອກະສານການ​ປະມູນ ​ແລະ ສັນຍາ​ກໍ່ສ້າງ​ທຸກ​ປະ ການ, ໂຄງສ້າງອາຄານຫ້ອງການ ຊສ ເມືອງພະລານໄຊ ສະພາບເປັນປົກກະຕິ, ລະບົບໄຟຟ້າ, ລະບົບທໍ່ນ້ຳປະປາ ບໍ່ມີການເປ້ເພ;

ໂດຍອີງຕາມ ສັນຍາຄ້ຳປະກັນຄຸນນະພາບ ທີ່ອອກໃຫ້ໂດຍທະນາຄານການຄ້າຕ່າງປະເທດລາວມະຫາຊົນ ເລກທີ 0302100LGWT00787 ມີຜົນແຕ່ວັນທີ 10/08/2021 ໝົດອາຍຸ ໃນວັນທີ 04/08/2022 ແລະ ທາງກຸ່ມບໍລິສັດ ຄູນໄຊ ພັດທະນາກໍ່ສ້າງ ຈຳກັດຜູ້ດຽວ ໄດ້ເຮັດໃບສະເໜີຂໍລົບລ້າງໜັງສືຄ້ຳປະກັນຄຸນນະພາບ ສະບັບເລກທີ 26/ຄຊນ.ກສ ລົງວັນທີ 08 ສິງຫາ 2022 ພາຍຫຼັງທີ່ພະແນກ ຊສ ໄດ້ຮັບເອກະສານກໍ່ໄດ້ກວດກາຄືນ ຜ່ານການກວດກາ ເຫັນວ່າ ດ້ານ​ມາດຕະຖານ​ເຕັກນິກ: ​ເຫັນ​ວ່າ ກຸ່ມບໍລິສັດ ຄູນໄຊ ພັດທະນາກໍ່ສ້າງ ຈໍາກັດຜູ້ດຽວ ຜູ້ຮັບ​ເໝົາ​ໂຄງການ​ກໍ່ສ້າງ​ໄດ້​ປະຕິບັດ​ຕາມ​ມາດຖານ​ເຕັກນິກ​ທຸກ​ຢ່າງ​ ທີ່​ກໍານົດ​ໄວ້​ຕາມ​ເອກະສານການ​ປະມູນ ​ແລະ ສັນຍາ​ກໍ່ສ້າງ​ທຸກ​ປະ ການ, ໂຄງສ້າງອາຄານຫ້ອງການ ຊສ ເມືອງພະລານໄຊ ສະພາບເປັນປົກກະຕິ, ລະບົບໄຟຟ້າ, ລະບົບທໍ່ນ້ຳປະປາ ບໍ່ມີການເປ້ເພ ແລະ ໄດ້ລົງລາຍເຊັນໃນເອກະສານ ແບບຟອມໃບສະເໜີຂໍລົບລ້າງໜັງສືຄ້ຳປະກັນ ຂອງທະນາຄານການຄ້າ ແລ້ວມອບໃຫ້ບໍລິສັດຜູ້ຮັບເໝົາດຳເນີນການຕໍ່ຕາມລະບຽບການ, ພ້ອມກັນນັ້ນ, ໃນຕອນທ້າຍ ທ່ານສີວິໄລພອນ ສີສຸວົງ ຫົວໜ້າຫ້ອງການບໍລິຫານ, ແຜນການ ແລະ ການເງິນ ຂອງພະແນກ ຊສ ແຂວງ ກໍ່ໄດ້ເປັນກຽດມອບ ໃບຢັ້ງຢືນຜົນງານ ການກໍ່ສ້າງ ໃຫ້ແກ່ ກຸ່ມບໍລິສັດ ຄູນໄຊພັດທະນາ ກໍ່ສ້າງ ຈຳກັດຜູ້ດຽວ ທີ່ສາມາດປະຕິບັດໄດ້ ທາງດ້ານຄຸນນະພາບ, ມາດຕະຖານ ເຕັກນິກການກໍ່ສ້າງ ແລະ ການນຳໃຊ້ວັດ ສະດຸໄດ້ຖືກຕ້ອງຕາມໃບສະເໜີລາຄາ ແລະ ຕາມແບບກໍ່ສ້າງ ທີ່ຮັບຮອງໂດຍກົມເຄຫະຜັງເມືອງ (ກະຊວງ ຍທຂ) ເລກທີ 358/ຍທຂ.ກຄຫ ລົງວັນທີ 30 ກັນຍາ 2019;

  


ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.