ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດພິທີ ປະຖະກະຖາ ວັນສຳຄັນ ແລະ ເຜີຍແຜ່ເອກະສານ

ໃນວັນທີ  29 ຕຸລາ 2021 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 4 ຂອງພະແນກຊັບພະຍາກອນທຳມະຊາດ  ແລະ ສິ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ຈັດພິທີໂຮມຊຸມນຸມ ປະຖະກະຖາ ວັນສ້າງຄູແຫ່ງຊາດ ຄົບຮອບ 27 ປີວັນສ້າງຕັ້ງການທູດລາວວັນປະກາດເອກະລາດລະລຶກວັນສາກົນວັນສັບປະດາແຫ່ງຊາດ ເພື່ອລືບລ້າງຄວາມທຸກຍາກວັນຊາດ ສປ ຈີນ ແລະ ເອກະສານດຳລັດ ເລກທີ 599/ລບ ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 47 ຄົນ ຍິງ 21 ຄົນ ເຊິ່ງພິທີໄດ້ດຳເນີນ ຄືດັ່ງນີ້ :      

ໃນໂອກາດດັ່ງກ່າວທ່ານ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຊສ ແຂວງ ໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສຳຄັນ ຄວາມເປັນມາ ວັນສ້າງຄູແຫ່ງຊາດ ຄົບຮອບ 27 ປີວັນວັນສ້າງຕັ້ງການທູດລາວວັນປະກາດເອກະລາດລະລຶກວັນສາກົນວັນສັບປະດາແຫ່ງຊາດ ເພື່ອລືບລ້າງຄວາມທຸກຍາກວັນຊາດ ສປ ຈີນ ເຊິ່ງລ້ວນແລ້ວແຕ່ເປັນວັນທີ່ມີຄວາມໝາຍຄວາມສຳຄັນ;

ນອກຈາກນີ້ ໃນທີ່ຊຸມນຸມຍັງໄດ້ຮັບຟັງການບັນລະຍາຍ ເອກະສານດຳລັດ ເລກທີ 599/ລບລົງວັນທີ 29 ກັນຍາ 2021  ໂດຍທ່ານ ພິດສະໄໝ ນາມມຸນຕີ ເລຂາໜ່ວຍພັກຂະແໜງບໍລິຫານ ແລະ ຈັດຕັ້ງຮອງຫົວໜ້າພະແນກ ຊສ ເຊິ່ງເພີ່ນໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ຈຸດປະສົງ ຂອງດຳລັດສະບັບນີ້ດຳລັດສະບັບນີ້ປະກອບມີ 7 ໝວດແລະ 26 ມາດຕາ.




ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.