ຄະນະກໍາມະການວຽກຈັດຊື້ຈັດຈ້າງຂອງ ພຊສ ແຂວງ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ລົງກວດກາ​ຄຸນນະພາບ ​ໂຄງການ​ກໍ່ສ້າງ ​​ຫ້ອງການ​ຊັບພະຍາກອນ​ທໍາ​ມະ​ຊາດ​ ແລະ ສິ່ງ​ແວດ​ລ້ອມ ​ເມືອງໄຊພູທອງ

         ໃນ​ວັນ​ທີ 08 /10/2021, ​ເວລາ 9:00 ໂມງ​ ຄະນະກໍາມະການວຽກຈັດຊື້ຈັດຈ້າງຂອງ ພຊສ ແຂວງ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດຈໍານວນ: 08 ທ່ານ. ເພື່ອລົງກວດກາ​ຄຸນນະພາບ ​ໂຄງການ​ກໍ່ສ້າງ​​ຫ້ອງການ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ເມືອງໄຊພູທອງ, ​ແຂວງ​ສະຫວັນນະເຂດ ​​ໂຄງການກໍ່ສ້າງຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງໄຊພູທອງ ເຊິ່ງໂຄງການດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 12  ມີນາ 2020 ແລະ ສຳເລັດການກໍ່ສ້າງ 100% ໃນວັນທີ 12 ພະຈິກ 2020 ໂດຍແມ່ນບໍລິສັດວັນວິໄລກໍ່ສ້າງ ແລະ ເຄຫະສະຖານຈຳກັດ ຜູ້ດຽວ ເປັນຜູ້ຮັບເໝົາການກໍ່ສ້າງລວມມີມູນຄ່າການກໍ່ສ້າງທັງໝົດ 678.537.200 ກີບເຊິ່ງເປັນອາຄານຊັ້ນດຽວເບຕົງເສີມເຫຼັກກໍ່ດ້ວຍດິນຈີ່ມຸງດ້ວຍກະເບື້ອງ ອາຄານດັ່ງກ່າວມີຂະໜາດ 15x20 ແມັດມີ 0ຫ້ອງ ໄດ້ມອບ-ຮັບອາຄານຫ້ອງການ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເມືອງໄຊພູທອງ ແຂວງສະຫວັນນະເຂດ ຫຼັງໃໝ່ ໃນວັນທີ 25 ພະຈິກ 2020 (ຕາມບົດບັນທຶກມອບ-ຮັບ ເລກທີ 1835/ພຊສ.ສຂ ລົງວັນທີ 25 ພະຈິກ 2020);




ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.