ພິທີ ມອບ-ຮັບໂຄງການກໍ່ສ້າງ ຫ້ອງການຊັບພະຍາກອນທຳມະຊາດ ແລະສົ່ງແວດລ້ອມ ເມືອງໄຊພູທອງ ແຂວງສະຫວັນນະເຂດ

        

         ໃນວັນທີ 25 ພະຈິກ 2020 ໄດ້ມີພິທີມອບ-ຮັບຫ້ອງການ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເມືອງໄຊພູທອງ ແຂວງສະຫວັນນະເຂດ ໂດຍການໃຫ້ກຽດເຂົ້າ ຮ່ວມຂອງທ່ານພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີທ່ານ ເພີນ ທາມອນຕີ ຮອງເຈົ້າເມືອງ ໄຊພູທອງ, ມີບັນດາຄະນະຂະແໜງການ ຂອງພະແນກ ຊສ ແລະ ທ່ານ ອຳພອນ ສອນປະດິດ ຜູ້ອຳນວຍ ການບໍລິສັດວັນວິໄລກໍ່ສ້າງ ແລະ ເຄຫະສະຖານ ຈຳກັດຜູ້ດຽວ ພ້ອມດ້ວຍພະນັກງານ ພາຍໃນຫ້ອງການຊັບພະຍາກອນທຳມະຊາດ ແລະສິ່ງແວດ ລ້ອມເມືອງເຂົ້າຮ່ວມ.

        ໂຄງການກໍ່ສ້າງຫ້ອງການ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເມືອງໄຊ ພູທອງ ໄດ້ເລີ່ມລົງມືກໍ່ສ້າງນັບ ແຕ່ວັນທີ 12 ມີນາ 2020 ແລະສຳເລັດການກໍ່ສ້າງ 100% ໃນວັນທີ 12 ພະຈິກ 2020 ໂດຍແມ່ນບໍລິສັດວັນວິໄລກໍ່ ສ້າງ ແລະເຄຫະສະຖານຈຳກັດ ຜູ້ດຽວເປັນຜູ້ຮັບເໝົາການກໍ່ ສ້າງ, ລວມມີມູນຄ່າການກໍ່ ສ້າງທັງໝົດ 678.537.200 ກີບ, ເຊິ່ງເປັນອາຄານຊັ້ນດຽວເບຕົງເສີມເຫຼັກ, ກໍ່ດ້ວຍດິນຈີ່, ມຸງດ້ວຍກະເບື້ອງ, ອາຄານ ດັ່ງກ່າວມີຂະໜາດ 15 x 20 ແມັດ, ມີຈຳນວນ 07 ຫ້ອງ ປະກອບມີ: ຫ້ອງໜ່ວຍງານທີ່ ດິນ, ຫ້ອງຫົວໜ້າຫ້ອງການ, ຫ້ອງໜ່ວຍງານບໍລິຫານ, ຫ້ອງໜ່ວຍງານຕິດຕາມກວດ ກາ, ຫ້ອງສາງເກັບມ້ຽນໃບຕາດິນ ແລະ ມີ 02 ຫ້ອງນ້ຳຕິດ ກັບອາຄານ.
ໂອກາດນີ້, ທ່ານຜູ້ອຳນວຍການບໍລິສັດວັນວິໄລກໍ່ສ້າງ ແລະເຄຫະສະຖານຈຳກັດຜູ້ ດຽວກໍ່ໄດ້ຂຶ້ນກ່າວມອບຜົນສຳເລັດໂຄງການກໍ່ສ້າງຫ້ອງ ການດັ່ງກ່າວໃຫ້ກັບທ່ານຫົວ ໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ເມືອງໄຊພູທອງ ເພື່ອຄຸ້ມຄອງ ນຳໃຊ້ ແລະ ປົກປັກຮັກສາຕໍ່ໄປ. ຈາກນັ້ນ, ໃນພິທີ ກໍ່ໄດ້ມີການເຊັນມອບ-ຮັບໂຄງການກໍ່ ສ້າງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງໄຊພູທອງ ຫຼັງໃໝ່ຢ່າງ ເປັນທາງການ.


ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.