ຜົນສຳເລັດ ຂອງກອງປະຊຸມ ວຽກງານ ຂຽວ ສະອາດ ງາມຕາ ແລະ ແຜນຄຸ້ມຄອງ ສິ່ງແວດລ້ອມ ໃນຕົວເມືອງ

ໃນຕອນເຊົ້າ ເວລາ 08 ໂມງ 30 ນາທີ ຂອງວັນທີ 18 ພະຈິກ 2010 ທີ່ຫ້ອງປະຊຸມຂອງ ພຊສ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມຕາ ແລະ ການຄຸ້ມຄອງສິ່ງແວດລ້ອມໃນຕົວເມືອງ, ໂດຍການເປັນປະທານຮ່ວມ ຂອງທ່ານ ພູທອນ ຍອດບຸນເຮືອງ ຫົວຫນ້າພະແນກຊັບພະຍາກອທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ທ່ານ ສົມຫມາຍ ສົງວິໄລ ຮອງເຈົ້ານະຄອນໄກສອນ ພົມວິຫານ, ມີຕາງຫນ້າພະແນກການ ອ້ອມຂ້າງແຂວງ, ອົງການຈັດຕັ້ງມະຫາຊົນ, ຄະນະບ້ານ ສະຫະພັນແມ່ຍິງບ້ານ (ຜູ້ຮັບຜິດຊອບວຽກງານ ສິ່ງແວດລ້ອມບ້ານ) ຈຳນວນ 31 ບ້ານ, ບັນດາຕະຫຼາດໃນເທດສະບານ ນະຄອນໄກສອນ ພົມວິຫານ, ບັນດາບໍລິສັດທ່ອງທ່ຽວ, ຫົວຫນ້າ ຮອງຫົວຫນ້າ ຂະແຫນງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດພ້ອມວິຊາການ ແລະ ຫ້ອງການ ຊສ ນະຄອນໄກສອນ ພົມວິຫານ ເຂົ້າຮ່ວມທັງຫມົດ 145 ຄົນ, ຍິງ 76 ຄົນ (ລາຍຊື່ຜູ້ເຂົ້າຮ່ວມຄັດຕິດມາພ້ອມນີ້).

      ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງ ການນໍາສະເຫນີຄູ່ມີແນະນໍາ ໃນການຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມຕາ ແລະ ການຄຸ້ມຄອງສິ່ງແວດລ້ອມໃນຕົວເມືອງ ເຊິ່ງໄດ້ກໍານົດຂັ້ນຕອນວິທີການມາດຕະຖານ ແລະ ຕົວຊີ້ວັດ ເປົ້າໝາຍເພື່ອເປັນການມີສ່ວນຮ່ວມ ສ້າງ ສປປ ລາວ ເວົ້າລວມເວົ້າສະເພາະ ກໍ່ຄືແຂວງສະຫວັນນະເຂດ ຂອງພວກເຮົາ  ໃຫ້ກາຍເປັນຕົວເມືອງ ສີຂຽວ ສະອາດ ງາມຕາ.


 

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.