ກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດ ພະນັກງານ-ລັດຖະກອນ ຂອງຂະແໜງຕົນ ປະຈໍາປີ 2024
ວັນທີ 23 ຕຸລາ 2024 ນີ້, ທີ່ຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ພະນັກງານ-ລັດຖະກອນ ຂອງຂະແໜງຕົນ ປະຈໍາປີ 2024; ໂດຍການເປັນປະທານກອງປະຊຸມຂອງທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມແຂວງ; ເຂົ້າຮ່ວມມີ ທ່ານຫົວໜ້າຂະແໜງ, ທ່ານຮອງຫົວໜ້າຂະແໜງ ຕະຫຼອດຮອດ ພະນັກງານ-ລັດຖະກອນ ພາຍໃນ ຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ ເຂົ້າຮ່ວມໃນຄັ້ງນີ້;
ໃນທີ່ປະຊຸມ ທ່ານ ຈັນເພັງໃສ ດາລາຊະວົງ ຮອງຫົວໜ້າພະແນກ ຊສ ໄດ້ຜ່ານເອກະສານແຈ້ງການ ການປະເມີນຜົນ ການປະຕິບັດວຽກງານພະນັກງານ-ລັດຖະກອນ (ປະເມີນປົກກະຕິ) ແລະ ການປະເມີນສະເພາະ ປະຈຳປີ 2024 ສະບັບເລກທີ 1655/ພນຂ ລົງວັນທີ 10 ກັນຍາ 2024 ລວມມີຜູ້ປະເມີນທັງໝົດ 22 ທ່ານ, ຍິງ 12 ທ່ານ; ກໍານົດເງື່ອນໄຂຂອງຜູ້ປະເມີນ ຕ້ອງເປັນລັດຖະກອນສົມບູນ ປະຈໍາການຢ່າງໜ້ອຍ 9 ເດືອນຂຶ້ນໄປ, ບໍ່ຢູ່ໃນໄລຍະຖືກມາດຕະການທາງວິໄນ; ສໍາລັບມາດຖານການປະເມີນໃຫ້ຄະແນນ ປະກອບມີ ດີຫຼາຍ ແມ່ນໃຫ້ຄະແນນ ແຕ່ 9-10; ດີ ແມ່ນໃຫ້ຄະແນນ ແຕ່ 8-8,5; ກາງ ແມ່ນໃຫ້ຄະແນນ ແຕ່ 5-7,5; ອ່ອນ ແມ່ນໃຫ້ຄະແນນ ແຕ່ 3-5,5; ອ່ອນຫຼາຍ ແມ່ນໃຫ້ຄະແນນ ແຕ່ 1-2,5; ຂັ້ນຕອນການປະເມີນ ມີປະເມີນໃຫ້ຄະແນນຕົນເອງ ແລະ ປະເມີນໃຫ້ຄະແນນເພື່ອນຮ່ວມງານ ຕາມແບບຟອມ; ຜູ້ປະເມີນຕ້ອງຜ່ານແບບພິມປະເມີນຜົນໃຫ້ຄະແນນຕົນເອງ ແລະ ແບບພິມປະເມີນໃຫ້ຄະແນນເພື່ອນຮ່ວມງານ, ພ້ອມປະກອບຄໍາເຫັນປະເມີນດ້ານດີ, ຂໍ້ຄົງຄ້າງ ແລະ ວິທີແກ້ໄຂ ຂອງຕົນເອງ ແລະ ເພື່ອນຮ່ວມງານ;
ຕໍ່ຈາກນັ້ນ ທ່ານຫົງຄຳ ລີລາວັນ ຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ ໄດ້ຂຶ້ນລາຍງານຜົນການຈັດຕັ້ງປະຕິບັດວຽກງານ ຂອງຂະແໜງ ປະຈຳປີ 2024 ໂດຍທ່ານໄດ້ຍົກໃຫ້ເຫັນຜົນງານທີ່ຍາດມາໄດ້ ມີຫຼາຍດ້ານ ຄຽງຄູ່ກັນນັ້ນກໍ່ມີບາງວຽກງານທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ໃຫ້ບັນລຸຕາມແຜນການທີ່ໄດ້ວາງໄວ້, ຈາກນັ້ນ ຄະນະຂະແໜງ ແລະ ພະນັກງານວິຊາການ ໄດ້ພັດປ່ຽນກັນຜ່ານບົດປະເມີນຜົນງານ ປະຈຳປີຂອງຕົນ ແລະ ຜູ້ເຂົ້າຮວ່ມໃນທີ່ປະຊຸມ ໄດ້ປະກອບຄຳເຫັນ ຕໍ່ບົດປະເມີນຜົນຂອງແຕ່ລະທ່ານ ຢ່າງກົງໄປກົງມາ ແລະ ເຕັມໄປດ້ວຍເນື້ອໃນທີ່ມີຄວາມໝາຍ ສຳຄັນ.
ຜົນການປະເມີນປະຈໍາປີ 2024 ນີ້, ເພື່ອໃຫ້ເຫັນເຖິງຄຸນນະພາບ, ປະລິມານ, ແລະ ຈັນຍາບັນຂອງການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ທີ່ດໍາລົງຕໍາແໜ່ງບໍລິຫານ ແລະ ຕໍາແໜ່ງວິຊາການ ແລະ ຈະກາຍເປັນບ່ອນອີງ ໃຫ້ແກ່ການສະເໜີເລື່ອນຊັ້ນ-ຂັ້ນເງິນເດືອນປົກກະຕິ (ງວດ I ແລະ ງວດ III ປີ 2025), ດັດແກ້ຊັ້ນ-ຂັ້ນຕາມໃບປະກາດ, ການສະເໜີພົ້ນຊັ້ນ, ບໍາເນັດ, ບໍານານ, ຍົກຍ້າຍ ແລະ ນະໂຍບາຍອື່ນໆ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃຫ້ມີປະສິດທິຜົນດີຍິ່ງໆຂຶ້ນ.
ไม่มีความคิดเห็น: