ສຳເລັດ ກອງປະຊຸມວິຊາການ ຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ

     


ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ຈັດກອງປະຊຸມວິຊາການ ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂຶ້ນຢ່າງເປັນທາງການ ໃນວັນທີ 14 ກຸມພາ 2024 ທີ່ຫ້ອງປະຊຸມໃຫຍ່ຂອງພະແນກດັ່ງກ່າວ ພາຍໃຕ້ການເປັນປະທານ ຂອງທ່ານ ແສນສັກ ພິມວົງສາ ກຳມະການພັກແຂວງ, ຫົວໜ້າພະແນກ ຊສ ແຂວງສະຫວັນນະເຂດ ເຊິ່ງມີຄະນະພະແນກ, ຂະແໜງການປິ່ນອ້ອມພະແນກ ແລະ ຫ້ອງການ ຊສ  14 ເມືອງ, 1 ນະຄອນເຂົ້າຮວ່ມ ທັງໝົດ 109 ທ່ານ ຍິງ 36 ທ່ານ.

ໂອກາດກ່າວເປີດກອງປະຊຸມ ທ່ານ ແສນສັກ ພິມວົງສາ ໄດ້ຍົກໃຫ້ຮູ້ວ່າ: ກອງປະຊຸມໃນມື້ນີ້ ກໍ່ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດບັນດາວຽກງານຈຸດ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນທົ່ວແຂວງສະຫວັນນະເຂດ ປີ 2023 ທີ່ຜ່ານມາ ມີດ້ານຕັ້ງໜ້າ, ດ້ານອ່ອນ ແລະ ວິທີການແກ້ໄຂ ຂໍ້ຄົງຄ້າງຕ່າງໆ ພ້ອມກັນນັ້ນ, ກໍ່ຕ້ອງໄດ້ທົບທວນ, ປະເມີນຜົນການນຳໃຊ້ງົບປະມານ ທີ່ ກຊສ ໄດ້ສະໜອງໃຫ້ ພຊສ ແລະ ຫຊສ ເມືອງ/ນະຄອນ ໃນປີ 2023 ແລະ ຈະໄດ້ມີການປຶກສາຫາລື ກ່ຽວກັບແບ່ງງົບປະມານຂອງລັດ (ພາກ 63) ເພື່ອຂຶ້ນທະບຽນອອກໃບຕາດິນ ແລະ ງົບປະມານ ບ້ວງຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ຳ ໃຫ້ ພຊສ ແລະ ຫຊສ ເມືອງ, ນະຄອນ. ເຊິ່ງກອງປະຊຸມວິຊາການ ຂອງພວກເຮົາໃນມື້ນີ້ມີຄວາມໝາຍສຳຄັນຫຼາຍ ຈຶ່ງຮຽກຮອງມາຍັງບັນດາທ່ານ ຕີລາຄາຢ່າງລະອຽດ ເບິ່ງບັນຫາຢ່າງຮອບດ້ານ ແລະ ຊອກໃຫ້ເຫັນດ້ານທີ່ຕັ້ງໜ້າອັນດີ ເພີ່ມເສີມຂະຫຍາຍ, ໃຫ້ເຫັນດ້ານອ່ອນຄົງຄ້າງເພ່ືອຊອກວິທີ່ການແກ້ໄຂ ໃຫ້ທ່ວງທັນ ແລະ ໃຫ້​ຖືກຕ້ອງ​ສອດຄ່ອງ ກັບ​ສະພາບ​ຄວາມເປັນຈິງແລະ ຂໍຮຽກຮ້ອງມາຍັງບັນດາ ທ່ານທີ່ເຂົ້າຮ່ວມກອງປະຊຸມ ບໍ່ວ່າມາຈາກສາຍຕັ້ງຢູ່ເມືອງ ແລະ ພາຍໃນພະແນກ ກໍ່ຄືບັນດາຂະແໜງການ ຂໍໃຫ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນ ໃຫ້ເລິກເຊິ່ງ ເຖິງບັນຫາ​ຕ່າງໆ ໂດຍສະເພາະບັນຫາທີ່ພົ້ນເດັ່ນ ໃນປະຈຸບັນນີ້ ເຊັ່ນ: ບັນຫາທີ່ດິນ, ບັນຫາສິ່ງແວດລ້ອມ, ນ້ຳ ແລະ ບັນຫາອື່ນໆ ທີ່ພົວພັນກັບວຽກງານຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ.

ຈາກນັ້ນ ໃນກອງປະຊຸມ ໄດ້ຮັບຟັງການລາຍງານ ຜົນການຈັດຕັ້ງປະຕິບັດວຽກ ງານຈຸດສຸມ ແຜນພັດທະນາເສດຖະກິດ-ສັງ ຄົມ ປີ 2023 ແລະ ທິດທາງ ຄາດໝາຍ, ວຽກຈຸດສຸມ 2024 ຂອງຂະແໜງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ຕໍ່ກອງປະຊຸມວິຊາການ ໄດ້ຮັບຊາບ ເຊິ່ງບົດລາຍງານດັ່ງກ່າວ ມີ 3 ພາກໃຫ່ຍ: ພາກທີ 1 ສະຫຼຸບຕີລາຄາລວມ ຜົນການຈັດຕັ້ງປະຕິບັດຄາດໝາຍຕົວຊີ້ບອກ ຂອງວຽກງານຈຸດສຸມ ປີ 2023, ພາກທີ 2 ບັນຫາຄົງຄ້າງສາເຫດ ແລະ ພາກທີ 3 ທິດທາງແຜນວຽກຈຸດສຸມ ປີ 2024.


ຫຼັງຈາກນັ້້ນ ບັນດາຄະນະພະແນກ, ຄະນະຂະແໜງ, ຫົວໜ້າຫ້ອງການ ຊສ ເມືອງ/ນະຄອນ ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄວາມຄິດຄຳເຫັນ ຕໍ່ວຽກງານການວັດແທກຂຶ້ນທະບຽນອອກໃບຕາດິນ ສາເຫດ, ບັນຫາຂໍ້ຄົງຄ້າງ ແລະ ວິທີການແກ້ໄຂ; ວຽງານການສຳຫຼວດວັດແທກທີ່ດິນ ຢູ່ໃນເຂດທີ່ດິນສາມປະເພດປ່າ ຕາມທິດຊີ້ນຳຂອງແຂວງ ຄາດໝາຍໃຫ້ໄດ້ 117 ບ້ານ (ເມືອງນອງ 54 ບ້ານ ແລະ ເມືອງເຊໂປນ 63 ບ້ານ); ການທົບທວນ ບົດສຶກສາສິ່ງແວດລ້ອມເບື້ອງຕົ້ນ, ກຳນົດມາດຕະການປ້ອງກັນ ແລະ ຫຼຸດຜ່ອນກະທົບ ຕໍ່ສິ່ງແວດລ້ອມທຳມະຊາດ-ສັງຄົມ; ການແບ່ງຂັ້ນຄຸ້ມຄອງ ລະຫວ່າງຂັ້ນແຂວງ, ຂັ້ນເມືອງ ໃນການສຳຫຼວດ ຂຶ້ນບັນຊີການນຳໃຊ້ນ້ຳ  ແລະ ການອອກໃບຢັ້ງຢືນການນຳໃຊ້ນ້ຳ ໃນ ສາມເມືອງເປົ້າໝາຍ :ເມືອງຊົນນະບູລີ, ເມືອງເຊໂປນ ແລະ ເມືອງໄຊບູລີ; ວຽກຕິດຕາມກວດກາ ການຈັດຕັ້ງປະຕິບັດ ແຜນຄຸ້ມຄອງສິ່ງແວດລ້ອມ ໂຄງການລົງທຶນ ແລະ ການແກ້ໄຂບັນຫາຜົນກະທົນດ້ານສິ່ງແວດລ້ອມ ແລະ ການດຳເນີນການກຕ່າງໆ ຕໍ່ໂຄງການທີ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມທຳະຊາດ-ສັງຄົມ; ຕີລາຄາ ແລະ ປະເມີນຜົນ ການນຳໃຊ້ງົບປະມານຂອງລັດ ທີ່ ກຊສ ແລະ ພຊສ ສະໜອງໃຫ້ ຫຊສ ເມືອງ/ນະຄອນ ໃນປີ 2023; ຜ່ານຂໍ້ຕົກລົງ ວ່າດ້ວຍ: ການແບ່ງງົບປະມານ ຂອງລັດ (ພາກ 63) ເພື່ອຮັບໃຊ້ວຽກງານ ຂຶ້ນທະບຽນອອກໃບຕາດິນ ແລະ ຄາດໝາຍແບ່ງຕົວເລກການວັດແທກ ຂຶ້ນທະບຽນອອກໃບຕາດິນ, ການແບ່ງງົບປະມານ ບ້ວງຕິດຕາມກວດກາວິຊາການດ້ານສິ່ງແວດລ້ອມ ແລະ ການຄຸ້ມຄອງອ່າງຮັບນ້ຳ ໃຫ້ແກ່ ສອງຂະແໜງການ ເປົ້າໝາຍ ພຊສ ແລະ ຫຊສ 13 ເມືອງ, 01 ນະຄອນ ແລະ ໄດ້ມອບ-ຮັບ ກ້ອງສຳຫຼວດວັດແທກ (RTK) ລະຫວ່າງ ພຊສ ກັບ ຫຊສ 7 ເມືອງເປົ້າໝາຍ.

ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ມີທິດຊີ້ນຳ ແລະ ມີຄຳເຫັນຕໍ່ກອງປະຊຸມວິຊາການ ຄັ້ງນີ້ ເພື່ອເປັນການຕີລາຄາຜົນໄດ້ຮັບ ຂອງກອງປະຊຸມວິຊາການຄັ້ງນີ້ ຂ້າພະເຈົ້າຂໍມີຄຳເຫັນຕື່ມບາງບັນຫາ ດັ່ງນີ້ :

1.     ຕ້ອງເພີ່ມທະວີ ຄວາມຮັບຜິດຊອບ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດ ບັນດາຄາດໝາຍຕົວຊີ້ບອກ, ວຽກຈຸດສຸມ ຕາມແຜນພັດທະນາຂອງແຂວງ ຮັບປະກັນໄດ້ ດ້ານຄຸນນະພາບ ແລະ ປະສິດທິຜົນຂອງວຽກງານ;

2.     ການຄຸ້ມຄອງ, ການນຳໃຊ້ທີ່ດິນ ພາຍໃນແຂວງ ນັ້ນຕ້ອງສືບຕໍ່ດຳເນີນການຈັດສັນທີ່ດິນ ໂດຍຕ້ອງໄປຕາມແຜນຈັດສັດທີ່ດິນ ທີ່ສະພາປະຊາຊົນແຂວງ ຮັບຮ້ອງເອົາແລ້ວ ເຊັ່ນ: ທີ່ດິນເພື່ອການນຳໃຊ້-ພັດທະນາ ກວມເອົາ 32,29% ທີ່ດິນເພື່ອການອະນຸລັກ-ສະຫງວນ 67,71% ໃຫ້ສຳເລັດ, ສົ່ງເສີມການນຳໃຊ້ທີ່ດິນ ແລະ ຊັບພະຍາກອນທຳມະຊາດ ໄປພ້ອມໆກັບການປົກປັກຮັກສາ ຕາມທິດຮັບປະກັນ ປະສິດທິພາບຍາວນານ, ຍືນຍົງ ແລະ ມີຜົນໃນລະດັບສູງ, ຜົນກະທົບໜ້ອຍຕໍ່ສິ່ງແວດລ້ອມ ແລະ ສັງຄົມ; ເຮັດໃຫ້ພົນລະເມືອງພາຍໃນແຂວງ ມີສິດນຳໃຊ້ທີ່ດິນເພື່ອການດຳລົງຊີວິດ, ສ້າງທີ່ຢູ່ອາໃສ ແລະ ທຳການຜະລິດ ຕາມລະບຽບກົດໝາຍ; ຫັນທີ່ດິນ ເປັນແຫຼ່ງສ້າງຄວາມຮັ່ງມີໃຫ້ປະຊາຊົນ ແລະ ແຂວງ, ສະກັດກັບການລະເມີດ ກົດໝາຍກ່ຽວກັບທີ່ດິນ ແລະ ຊັບພະຍາກອນທຳມະຊາດ;

3.     ການປົກປັກຮັກສາສິ່ງແວດລ້ອມ ແລະ ຫຼຸດຜ່ອນຄວາມສ່ຽງຈາກຜົນກະທົບຕ່າງໆ ນັ້ນ: (1) ຕ້ອງຈຳກັດການຕັດໄມ້ທຳລາຍປ່າ, ການຂຸດຄົ້ນຊັບພະຍາກອນທຳມະຊາດ ທີ່ຜິດຕໍ່ກົດໝາຍ, ເພີ່ມເນື້ອທີ່ປົກຫຸ້ມປ່າໄມ້, ຟື້ນຟູປ່າ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ທຳມະຊາດ, ຊີວະນາໆພັນ ຕາມທິດສີຂຽວ ແລະ ຍືນຍົງ; (2) ຕ້ອງໄດ້ຍົກລະດັບຄວາມສາມາດ ໃນການປັບຕົວ ເພື່ອຫູຸດຜ່ອນຜົນກະທົບ ຈາກໄພທຳມະຊາດ, ຈາກການປ່ຽນແປງຂອງສະພາບອາກາດ, ຈາກອາຍພິດເຮືອນແກ້ວ ພ້ອມກັນນັ້ນກໍ່ປັງປຸງລະບົບເຕືອນໄພ ໃຫ້ມີຄວາມວ່ອງໄວ; (3) ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ການດຳເນີນທຸລະກິດ ອຸດສາຫະກຳ ຊັບພະຍາກອນທົດແທນ (ໝູນວຽນ) ເພື່ອຫຼຸດຜ່ອນການເອື້້ອອີງໃສທຳມະຊາດ ແລະ ຫຼຸດຜ່ອນການທຳລາຍສິ່ງແວດລ້ອມ ເປັນຕົ້ນ: ການຫຼຸດຜ່ອນຂີ້ເຫຍື້ອ ໂດຍຫຼຸດຜ່ອນ ປະລິມານ, ນຳໃຊ້ຄືນໃໝ່, ບຳບັດ-ຈຳກັດ ການປ່ອຍນຳເປື້ອນ-ນ້ຳເສຍຄຸນ ແລະ ມົນລະພິດທາງອາກາດ;

4.     ກ່ອນຈະເຖິງວາລະ ຂອງການປັບປຸງ ນິຕິກຳໃຕ້ກົດໝາຍ ວ່າດ້ວຍ ການກຳນົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ ທົ່ວແຂວງສະຫວັນນະເຂດ ຂອງບັນດາເມືອງ/ນະຄອນ ນັ້ນຕ້ອງໄດ້ເຮັດການທາບທາມ,ປະເມີນຜົນ ຄືນການນຳໃຊ້ ໄລຍະຜ່ານມາ ມີຂໍ້ສະດວກ, ຫຍຸ້ງຍາກ ແລະ ຈະຕ້ອງດັດປັບ ລາຄາປະເມີນເຂດໃດແດ່ ທີ່ຍັງບໍ່ທັນແທດ ເໝາະກັບສະພາບຄວາມເປັນຈິງ ຂອງທ້ອງຖິ່ນນັ້ນໆ ແລະ ສອດຄ່ອງກັບລະ ບຽບກົດໝາຍ ເພື່ອປັບປຸງໃຫ້ສອດຄ່ອງກັບສະພາບຕົວຈິງ;

5.     ຕ້ອງໄດ້ທົບທວນຄືນ ຂອບເຂດ ການແບ່ງຄວາມຮັບຜິດຊອບ ບັນດາຂະແໜງການທີ່ກ່ຽວຂ້ອງ ຕ້ອງສອດຄ່ອງກັບພາລະບົດບາດ, ຂອບເຂດສິດຂອງແຕ່ລະຂະແໜງການ ແລະ ຕ້ອງມີຄວາມຈະແຈ້ງລະ ຫວ່າງຂັ້ນແຂວງ, ຂັ້ນເມືອງ/ນະຄອນ ແລະ ບ້ານ ຕ້ອງໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າ;

6.     ເພື່ອເຮັດໃຫ້ ການມອບວຽກອອກໃບຕາດິນ ລົງໃຫ້ແກ່ເມືອງ/ນະຄອນ ເກີດຂຶ້ນໄດ້ຕາມທີ່ກຳນົດໄວ້ໃນມາດຕາ 101 ຂອງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ເລກທີ 70/ສພຊ, ລົງວັນທີ 21 ມີຖຸນາ 2019 ໂດຍໄວນັ້ນ ແຂວງ ຕ້ອງໄດ້ສຸມໃສ່ສ້າງເງື່ອນໄຂ ຄວາມພ້ອມ ດ້ານຕ່າງໆ ເບື້ອງຕົ້ນໃຫ້ແກ່ເມືອງ ເຊັ່ນ ຄື: ກໍ່ສ້າງ-ສ້ອມແປງ ຫ້ອງການ ສະຖານທີ່ເຮັດວຽກ; ອຸປະກອນຮັບໃຊ້, ຕໍ່ເຕີມສາງເກັບມ້ຽນສຳນວນຕອນດິນ ແລະ ປະກອບງົບປະມານຈຳນວນໜຶ່ງ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວ ບັນດາໜ້າວຽກອອກໃບຕາດິນ ໃຫ້ເກີດສະພາບຄ່ອງ;

7.     ຕ້ອງໄດ້ ຄຸ້ມຄອງ ແລະ ປະເມີນໂຄງການລົງທຶນຂອງລັດ ຕາມການແບ່ງຂັ້ນຄຸ້ມຄອງຢ່າງມີ ປະສິດທິພາບ ແລະ ປະສິດທິຜົນ, ເພີ່ມຄວາມອາດສາມາດ ໃນການຊຸກຍູ້ທຸກໂຄງການລົງທຶນ ແລະ ກິດຈະການ ຕ່າງໆ ໃຫ້ດຳເນີນຂະບວນການສຶກສາເບື້ອງຕົ້ນ ກ່ຽວກັບສິ່ງແວດລ້ອມ;

8.     ຕ້ອງປັບປຸງ ເພີ່ມໂຄງປະກອບ ວຽກງານ ຊສ ຢູ່ຂັ້ນເມືອງ/ນະຄອນ ໂດຍໄວ ຄື: ຄະນະຫ້ອງການເພີ່ມອີກ 01 ຕຳແໜ່ງ ແລະ ໜ່ວຍງານ ເພີ່ມອີກ 1 ໜ່ວຍງານ ເປັນ 3 ໜ່ວຍງານ ທັງນີ້ກໍ່ເພື່ອຮອງຮັບການມອບວຽກລົງໃຫ້ເມືອງ ໃນຕໍ່ໜ້າ ແລະ ສົມຄູ່ກັບ ທິດຫັນເອົາພະນັກງານ-ລັດຖະກອນ ທີ່ເຫຼືອຈາກຕຳແໜງງານ ໃນຂັ້ນແຂວງ ສົ່ງລົງໃຫ້ແກ່ຫ້ອງການ ຊສ ເມືອງ/ນະຄອນ.

9.     ຕ້ອງຕິດຕາມ, ກວດກາ ແລະ ຊຸກຍູ້ ວຽກງານການເກັບລາຍຮັບ ຢ່າງຈິງຈັງ ໃຫ້ສົມຄູ່ກັບທ່າແຮງບົ່ມຊ້ອນ ແລະ ເອົາໃຈໃສ່ຄຸ້ມຄອງລາຍຈ່າຍງົບປະມານວິຊາການ ດ້ານສິ່ງແວດລ້ອມໃຫ້ຮັດກຸມ ແລະ ນຳໃຊ້ໃຫ້ມີປະສິດທິຜົນສູງຂຶ້ນ, ປະຢັດລາຍຈ່າຍທີ່ບໍ່ຈຳເປັນ; ພ້ອມນັັ້ນຕ້ອງເລັ່ງແກ້ໄຂໜີີ້ສິນຄ້າງມອບ ຂອງບັນດາບໍລິສັດ, ຫົວໜ່ວຍທຸລະກິດຄອບຄົວ ໃຫ້ສາມາດປະຄັບປະຄອງໃຫ້ວຽກງານສາມາດດຳເນີນໄປໄດ້;

10. ຕ້ອງໄດ້ຫັນພະນັກງານ ຈຳນວນໜຶ່ງ ລົງສູ່ຮາກຖານ ໂດຍຕ້ອງຊັບຊ້ອນ, ຈັດວາງ ພະນັກງານວິຊາການ ທີ່ເຫັນວ່າມີຄວາມຈຳເປັນຢູ່ຂັ້ນເມືອງ ເປັນຕົ້ນແມ່ນວິຊາການທີ່ດິນ, ວິຊາການສິ່ງແວດລ້ອມ;

11. ຕ້ອງຕິດຕາມ, ກວດກາ ບັດດາເມືອງເປົ້າໝາຍ ທີ່ໄດ້ຮັບການສະໜອງ ອຸປະກອນການວັດແທກຂຶ້ນທະບຽນອອກໃບຕາດິນ ໃນຄັ້ງນີ້ຢ່າງເປັນປົກກະຕິ ແລະ ຮຽກຮ້ອງມາຍັງທ່ານຫົວໜ້າ ພ້ອມຄະນະ ຫຊສ ເມືອງ/ນະຄອນ ນຳໃຊ້ອຸປະກອນເຄື່ອງມື ລວມທັງງົບປະມານ ໃຫ້ໄດ້ຮັບຜົນດີ ຕອບສະໜອງໄດ້ ປະສິດທິຜົນຂອງວຽກງານດ ຄຸ້ມຄອງຮັກສາໃຫ້ອຸປະກອນສາມາດນຳໃຊ້ ໄດ້ຍາວນານ ເພາະມັນແມ່ນຊັບສິນຂອງລັດ ທີ່ປະກອບໃຫ້ພວກສະຫາຍນຳໃຊ້ ແລະ ເປັນສິ່ງທີ່ສ້າງລາຍຮັບດ້າງວິຊາການ ໃຫ້ ຫຊສ ເມືອງ/ນະຄອນ ແລະ ສ້າງຄ່າທຳນຽມເຂົ້າສູ່ງົບປະມານແຫ່ງລັດ.



ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.