ກອງປະຊຸມ ເປີດກວ້າງ ປະຈຳປີ 2023 ລະຫວ່າງ ກຊສ ແລະ ພຊສ ແຂວງ/ນະຄອນຫຼວງ


ໃນຕອນເຊົ້າຂອງ ວັນທີ 22 ທັນວາ 2023 ທີ່ຜ່ານມາ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ເຂົ້າກອງປະຊຸມປະຈຳປີ 2023 ລະຫວ່າງ ກຊສ ແລະ ພຊສ ແຂວງ/ນະຄອນຫຼວງ ໂດຍແຂວງສະຫວັນນະເຂດ ຮັບກຽດເຂົ້າຮ່ວມ ຂອງທ່ານ ນາງ ປານທິບ ຣາຊຈັກ ຄະນະພັກຮາກຖານ, ຫົວໜ້າຂະແໜງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ ແລະ ມີບັນດາຄະນະຂະແໜງການ ພ້ອມດ້ວຍວິຊາການ ພຊສ ເຂົ້າຮ່ວມ ຈຳນວນ 15 ທ່ານ ຍິງ  6 ທ່ານ. ໃນທີ່ປະຊຸມ ທ່ານນາງ ປານທິບ ຣາຊຈັກ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານທີ່ດິນ, ວຽກງານສິ່ງແວດລ້ອມ ປີ 2023 ແລະ ທິດທາງແຜນການວຽກວຽກທີ່ດິນ, ວຽກສິ່ງແວດລ້ອມ ປີ 2024 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ຕໍ່ກອງປະຊຸມຊາບ ໄດ້ຮັບຊາບ.

ເຊິ່ງບົດລາຍງານ ມີຢູ່ 3 ພາກໃຫ່ຍ: ພາກທີ 1 ສະຫຼຸບຕີລາຄາລວມການຈັດຕັ້ງປະຕິບັດ ວຽກທີ່ດິນ ແລະ ວຽກສິ່ງແວດລ້ອມ ປີ 2023, ພາກທີ 2 ບັນຫາຄົງຄ້າງ-ສາເຫດ ແລະ ພາກທີ 3 ທິດທາງແຜນວຽກຈຸດສຸມ ປີ 2024 ຊຶ່ງມີລາຍລະອຽດ ດັ່ງນີ້:

ພາກທີ 1

ສະຫຼຸບຕີລາຄາລວມການຈັດຕັ້ງປະຕິບັດ ສອງວຽກຈຸດສຸມ

ທີ່ດິນ ແລະ ສິ່ງແວດລ້ອມ ປີ 2023 

            I.    ວຽກງານທີ່ດິນ

-      ສຳເລັດການສຳຫຼວດ ແລະ ເກັບຂໍ້ມູນສະຖິຕິສຳມະໂນຕອນດິນ ໄດ້ຈຳນວນ 433.464 ຕອນ ມີເນື້ອທີ່ 4.722.602.235 ຕາແມັດ, ເຫັນວ່າໃນທົ່ວແຂວງ ມີການນຳໃຊ້ທີ່ດິນເພີ່ມຂຶ້ນ 4.955 ຕອນ ແລະ ເນື້ອທີ່ດິນຖືກນຳໃຊ້ ເພີ່ມຂຶ້ນ 69.303.782 ຕາແມັດ;

-      ວັດແທກທີ່ດິນ ເພື່ອອອກໃບຕາດິນ ໄດ້ 27.477 ຕອນ, ເທົ່າກັບ 73,86% ຂອງແຜນສະພາປະຊາຊົນແຂວງ, ແລະ ເທົ່າກັບ 57,82% ຂອງແຜນການສູ້ຊົນ ກຊສ, ເຊັນໃບຕາດິນ ໄດ້ 7.836 ໃບ, ຈ່າຍໃບຕາດິນ ໄດ້ 11.170 ໃບ ແລະ ທົ່ວແຂວງ ມີຈຳນວນຕອນດິນທີ່ອົງການຈັດ ຕັ້ງລັດ, ບຸກຄົນ, ນິຕິບຸກຄົນນຳໃຊ້ ໄດ້ອອກ​ໃບ​ຕາດິນແລ້ວ 277.398 ຕອນ, ເທົ່າກັບ 96,61% (ແຜນ ການປີໃຫ້ໄດ້ 287.121 ຕອນ);

-      ໄດ້ສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງ ຈັດສັນທີ່ດິນສາມປະເພດປ່າ  ຕາມທິດຊີ້ນຳຂອງແຂວງ ໂດຍໄດ້ກຳນົດເອົາ ບ້ານລະເບົານ້ຳ ແລະ ບ້ານປະຈະຕຽນ (ຄຸ້ມລອຍນ້ຳ) ເມືອງນອງ ທີ່ຖືກໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊລະນອງ 01 ເປັນບ້ານທົດລອງ ຜ່ານການສຳຫຼວດວັດແທກເນື້ອທີ່ດິນຕົວຈິງ ອອກໃບຢັ້ງຢືນການນຳໃຊ້ທີ່ດິນ ໃຫ້ປະຊາຊົນ ທີ່ອາໃສ່ຢູ່ໃນເຂດທີ່ດິນສາມປະເພດປ່າ ໄດ້ 02 ບ້ານ ມີ 93 ຄອບຄົວ, ມີຕອນດິນ 181 ຕອນ, ມີເນື້ອທີລວມ 117,46 ເຮັກຕາ ໃນນັ້ນ:  ບ້ານລະເບົານໍ້າ ຈຳນວນ 56 ຄອບຄົວ, ມີຕອນດິນ 119 ຕອນ, ມີເນື້ອທີ 115,44 ເຮັກຕາ ແລະ ບ້ານປາຈະຕຽນ (ຄຸ້ມລອຍນໍ້າ) ຈຳນວນ 37 ຄອບຄົວ, ມີຕອນດິນ 62 ຕອນ, ມີເນື້ອທີ 62,02 ເຮັກຕາ;

-      ໄດ້ຕິດຕາມ ແລະ ຊຸກຍູ້ ພການຈັດຕັ້ງປະຕິບັດ ແຜນຈັດສັນທີ່ດິນເບື້ອງຕົ້ນ ຂອງແຂວງສະຫວັນນະເຂດ ເລກທີ 02/ສພຂ.ສຂ ລົງວັນທີ 13 ມັງກອນ 2021 ໄດ້ສໍາຫຼວດປະເພດ ດິນກະສິກຳ ມີທັງໝົດ 651.385 ຮຕ, ໃນນັ້ນ: ດິນນາ 212.000 ຮຕ, ດິນປູກພືດລົ້ມລຸກ+ພືດອາຍຸສັ້ນ 263.385 ຮຕ, ດິນສໍາລັບປູກໄມ້ໃຫ້ໝາກ+ພືດອາຍຸຍາວ 80.500 ຮຕ, ທົ່ງຫຍ້າທໍາມະຊາດ ໃນການລ້ຽງສັດ 95.500 ຮຕ;

-      ລົງສຳຫຼວດ, ວັດແທກກວດກາເນື້ອທີ່ຄືນໃໝ່ ໃຫ້ບໍລິສັດ ເຊິ່ງມີ 08 ບໍລິສັດ ຄື: ບໍລິສັດຢົງຊຽງ ຢາງພາລາ ເນື້ອທີ່ 2382,86 ເຮັກຕາ ເມືອງເຊໂປນ (ລາຍງານຫາພະແນກແຜນການ-ການລົງທຶນ); ບໍລິສັດ ປຸງແຕ່ງແປ້ງມັນຕົ້ນເຊໂປນ (ບໍລິສັດກວາງງາຍ) ເນື້ອທີ່ 238,29 ເຮັກຕາ ເມືອງເຊໂປນ 39,27 ເຮັກຕາ ເມືອງເຊໂປນ (ລາຍງານຫາພະແນກແຜນການ-ການລົງທຶນ) ແລະ ບໍລິສັດ ຟຸດດິງໂກດານັງ  ເນື້ອທີ່ 480,65 ເຮັກຕາ ເມືອງເຊໂປນ (ລາຍງານຫາພະແນກແຜນການ-ການລົງທຶນ), ບໍລິສັດຊັນເປເປີ້, ບໍລິສັດ ຫງຽນຟັດ, ບໍລິສັດ ແມ່ຂອງ, ບໍລິສັດກວາງດາ, ບໍລິສັດ ນ້ຳຕາມສະຫວັນ;

-      ໄດ້ມີການຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດການເຊົ່າ-ສຳປະທານ ຂອງບໍລິສັດທີ່ມາລົງທຶນໃນທົ່ວແຂວງ ສະໜອງຂໍ້ມູນ ໃຫ້ຊັບສິນລັດສ້າງສັນຍາສຳປະທານກັບບໍລິສັດ ໄດ້ 5 ບໍລິສັດ ຄື: ບໍລິສັດລາວຈະເລີນການຄ້າ ຈຳກັດຜູ້ດຽວ ເນື້ອທີ່ 6.576 ຕາແມັດ; ວິສາຫະກິດສ່ວນບຸກຄົນ ລາວຈະເລີນສະແຄວຮ໌ ເນື້ອທີ່ 11.996 ຕາແມັດ ແລະ ບໍລິສັດຈະເລີນໂຊກໄຊການຄ້າຈຳກັດ ເນື້ອທີ່ 123.969 ຕາແມັດ, ບໍລິສັດລາວ-ໄທຮົວ 2.951,88 ເຮັກຕາ ແລະ ບໍລິສັດສຸກຮຸ່ງເຮືອງ 2.083,31 ເຮັກຕາ;

-      ໄດ້ປະເມີນຄວາມພ້ອມ ໃນການມອບວຽກສຳຫຼວດວັດແທກ, ຂຶ້ນທະບຽນອອກໃບຕາດິນ ໃຫ້ບັນດາເມືອງ, ແມ່ນໄດ້ປະເມີນແລ້ວ 06 ເມືອງ, ໃນໄລຍະຜ່ານມາໄດ້ລາຍງານຜົນການປະເມີນຄວາມພ້ອມຮອບດ້ານ ຕໍ່ທ່ານເຈົ້າແຂວງ ໆ ສະ ຫວັນນະເຂດ ສໍາເລັດແລ້ວ, ຕາມທິດຊີ້ນໍາຂອງທ່ານເຈົ້າແຂວງ ໃນກອງປະຊຸມສ່ອງແສງ ເຫັນດີໃຫ້ ພຊສ ແຂວງ ປະເມີນຄືນຄວາມພ້ອມໃນ 03 ເມືອງເປົ້າໝາຍ ຂອງໂຄງການກ່ອນ ແລະ ສໍາເລັດການລົງ ປະເມີນຄືນໃນ 03 ເມືອງດັ່ງກ່າວ ພ້ອມທັງໄດ້ຮ່າງລາຍງານ ເພື່ອນຳສະເໜີແຂວງພິຈາລະນາຕາມຂັ້ນຕອນ.

         II.    ວຽກງານສິ່ງແວດລ້ອມ  

-        ສ້າງນິຕິກຳໃຕ້ກົດໝາຍ ໄດ້ 01 ນິຕິກຳ ຄື: ນິຕິກຳໃຕ້ກົດໝາຍ ວ່າດ້ວຍ "ການຄຸ້ມຄອງສິ່ງເສດເຫຼືອ ໃນທົ່ວແຂວງສະຫວັນນະເຂດ" ຕາມມະຕິ 06/ສພຂ.ສຂ ລົງວັນທີ 27 ມັງກອນ 2023  ແລະ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະຫວັນນະເຂດ ສະບັບເລກທີ 988/ຈຂ ລົງວັນທີ 12 ມິຖຸນາ 2023;

-        ເຜີຍແຜ່ ນິຕິກຳໃຕ້ກົດໝາຍ ວ່າດ້ວຍ "ການຄຸ້ມຄອງຂີ້ເຫຍື້ອ ໃນແຂວງສະຫວັນນະເຂດ" ສະບັບເລກທີ 988/ຈຂ ລົງວັນທີ 12 ມີຖຸນາ 2023 ດ້ວຍຮູບການ ແຈກຢາຍປື້ມນິຕິກຳ ຈຳນວນ 440 ເຫຼັ້ມ, ເຜີຍແຜ່ຜ່ານເວັບໄຊທ໌ ຂອງພະແນກ ເພື່ອສ້າງເງື່ອນໄຂໃຫ້ອົງການຈັດຕັ້ງຂອງລັດ ຂັ້ນແຂວງ ແລະ ຂັ້ນເມືອງ/ນະຄອນ ໄດ້ຮັບຮູ້, ເຂົ້າໃຈ ແລະ ນຳເອົາເນື້ອໃນຈິດໃຈ ຂອງນິຕິກຳດັ່ງກ່າວ ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດນິຕິກຳດັ່ງກ່າວ ເຂົ້າສູ່ຊີວິດສົງຄົມ, ເພີ່ມທະວີສະຕິເຄົາລົບ ແລະ ປະຕິບັດກົດໝາຍ ຂອງສັງຄົມ;

-        ວຽກສົ່ງເສີມຄຸນນະພາບສິ່ງແວດລ້ອມ ເລັ້ງໃສ່ ສ້າງເທດສະບານເມືອງ ຂຽວ ສະອາດ ງາມຕາ ໃນເບື້ອງຕົ້ນໂດຍເຜີຍແຜ່ ແລະ ແນະນຳຄູ່ມືການຈັດຕັ້ງປະຕິບັດວຽກງານຂຽວ ສະອາດ ງາມຕາ ໄດ້ 02 ເມືອງ ຄື: ເມືອງທ່າປາງທອງ ປະຕິບັດຢູ່ໃນຂັ້ນທີ 02 ຂອງຄູ່ມື, ໃນການຄັດເລືອກບ້ານຂຽວ ສະອາດ ງາມຕາ ໄດ້ 03 ບ້ານ, ຄັດເລືອກໂຮງຮຽນໄດ້ 01 ໂຮງຮຽນ, ຄັດເລືອກຫ້ອງການໄດ້ 02 ຫ້ອງການ, ທີ່ເມືອງວິລະບູ ສຳເລັດຂັ້ນທຳອິດຂອງກອງປະຊຸມ ເພື່ອສືບຕໍ່ໃນການແຕ່ງຕັ້ງຄະນະກຳມະການຂັ້ນເມືອງ ໃນການຈັດຕັ້ງປະຕິບັດວຽກງານ ໄດ້ມີຫ້ອງການອ້ອມຂ້າງເມືອງ,ບ້ານ, ໂຮງຮຽນ, ຫ້ອງການສຳນັກງານທັງພາກລັດ-ເອກະຊົນ ໃນເທດສະບານເມືອງ ເຂົ້າຮ່ວມ ທັງໝົດ 28 ທ່ານ, ຍິງ 03 ທ່ານ, ສຳເລັດການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ໃນຂັ້ນແຂວງ ແລະ 03 ເມືອງ,  ໂຄສະນາເຜີຍແຜ່ ແລະ ສ້າງຈິດສຳນຶກກ່ຽວກັບ ສິ່ງແວດລ້ອມ ໄດ້ 01 ຄັ້ງ;

-        ໄດ້ທົບທວນ ບົດສຶກສາສິ່ງແວດລ້ອມເບື້ອງຕົ້ນ, ມາດຕະການປ້ອງກັນ ແລະ ຫຼຸດຜ່ອນກະທົບສິ່ງແວດລ້ອມ-ສັງຄົມ, ພິຈາລະນາຮັບຮອງແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ໄດ້ 13 ໂຄງການ ແລະ 61 ທຸລະກິດຄອບຄົວ ໃນນັັ້ນມີ : ອອກໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ (IEE) ໄດ້ 08 ໂຄງການ, ຕໍ່​ໃບ​ຢັ້ງຢືນກ່ຽວກັບສິ່ງແວດລ້ອມ (IEE) ໄດ້ 05 ໂຄງການ​; ອອກໃບຢັ້ງຢືນສິ່ງແວດລ້ອມ ທຸລະກິດຄອບຄົວ (EMMP) ໄດ້ 20 ຫົວໜ່ວຍ ແລະ ຕໍ່​ໃບ​ຢັ້ງຢືນກ່ຽວກັບສິ່ງແວດລ້ອມ ຫົວໜ່ວຍທຸລະກິດຄອບຄົວ (EMMP) ໄດ້ 41 ຫົວໜ່ວຍ;

ພາກທີ 2

ບັນຫາຄົງຄ້າງ, ສາເຫດ ແລະ ວິທີການແກ້ໄຂ

1.     ສາເຫດທີ່ພາໃຫ້ບໍ່ບັນລຸ ແລະ ຂໍ້ຄົງຄ້າງ

-       ການຈັດ​ຕັ້ງ​ປະຕິບັດ​​ແຜນການປະຈຳປີ ຂອງຂະແໜງການ ຊສ ແລະ ແຜນພັດທະນາ​ເສດຖະກິດ-​ສັງຄົມ ປີ 2023 ແມ່ນ​ຕົກ​ຢູ່​ໃນ​ສະພາບ​ແວດ​ລ້ອມ ທີ່​ບໍ່​ຄ່ອຍ​ເອື້ອ​ອໍານວຍ ສົ່ງ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ ​ ເຊັ່ນ: ບັນຫາເງິນເຟີ້ ລາຄາສິນຄ້າກະໂດງສູງຂຶ້ນ, ບັນຫານ້ຳມັນເຊື້ອໄຟບໍ່ພຽງພໍ...ເຮັດໃຫ້ການເຄື່ອນໄຫວວຽກງານວິຊາສະເພາະໃນພາກສະໜາມ ພົບກັບຄວາມຫຍຸ້ງຍາກ;

-       ການຜັນຂະຫຍາຍ ຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນຈັດສັນທີ່ດິນເບື້ອງຕົ້ນ ຂອງແຂວງສະຫວັນນະເຂດ ສະບັບເລກທີ 0811/ຈຂ.ສຂ, ລົງວັນທີ 04 ພຶດສະພາ 2021 ກໍ່ບໍ່ທັນໄດ້ດີເທົ່າທີ່ຄວນ;

-        ການແຈ້ງແຜນລົງຂອງລັດ ປະຈໍາປີ 2023 ມີຄວາມຫຼ້າຊ້າ, ເຮັດໃຫ້ຂອດຂັ້ນການຈັດຕັ້ງປະຕິບັດຕົວຈິງ ຫຼ້າຊ້າໄປນໍາ;

-        ການຈັດຕັ້ງປະຕິບັດ ວຽກງານວັດແທກອອກໃບຕາດິນບໍ່ບັນລຸແຜນການ ຍ້ອນກ້ອງວັດແທກ ແລະ ເຄື່ອງອຸປະກອນຮັບໃຊ້ຈໍານວນໜຶ່ງ ທີ່ຈໍາເປັນບໍ່ທັນພຽງພໍ ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ ໃນແຕ່ລະເມືອງ, ຕອນດິນທີ່ຄ້າງວັດແທກ ສ່ວນໃຫຍ່ແມ່ນຢູ່ໃນເຂດຊານເມືອງ, ເຂດຊົນນະບົດ ແລະ ສ່ວນຫຼາຍ  ເປັນດິນກະສິກຳ (ດິນນາ, ດິນສວນ) ແລະ ເປັນດິນຕອນໃຫຍ່ ການເກັບແຈຕອນດິນມີຫຼາຍແຈ ຕ່າງຈາກດິນປູກສ້າງ ເຊິ່ງຕ້ອງໃຊ້ເວລາຫຼາຍຂຶ້ນໃນການວັດແທກ, ການສືບສວນສິດ ກໍ່ເປັນຄວາມລ່າຊ້າອັນອີກອັນໜຶ່ງ ຍ້ອນຕ້ອງຢັ້ງຢືນເຂດແດນຕິດຈອດກັນ ມີຫຼາຍດ້ານ (ແປະໂປ້ຮັບຮູ້ເຂດແດນເຈົ້າຂອງດິນຂ້າງຄຽງ) ມີຫຼາຍຕອນເຈົ້າຂອງດິນຂ້າງຄຽງແມ່ນຢູ່ພູລຳເນົາຫ່າງໄກ ແລະ ບາງຕອນເຈົ້າຂອງສິດນຳໃຊ້ທີ່ດິນ ໄປເຮັດວຽກຢູ່ປະເທດເພື່ອນບ້ານ;

-        ຜ່ານການຕິດຕາມການຈັດຕັ້ງປະຕິບັດ ແຜນຈັດສັນທີ່ດິນເບື້ອງຕົ້ນ ຂອງບັນດາຂະແໜງການ ທີ່ຄຸ້ມຄອງທີ່ດິນແຕ່ລະປະເພດ ຕາມມະຕິ 02/ສພຂ.ສຂ ແມ່ນເຫັນວ່າຍັງຊັກຊ້າ, ໃນບາງຂະແໜງການ ການແບ່ງໜ້າທີ່ຄວາມຮັບຜິດຊອບ ລະຫວ່າງສາຍຕັ້ງ ແລະ ສາຍຂວາງຂັ້ນທ້ອງຖິ່ນ ຍັງບໍ່ທັນລະອຽດຈະແຈ້ງ, ໃນຂະແໜງການຕ່າງໆ ກໍ່ຂາດງົບປະມານ, ເຄື່ອງມືອຸປະກອນ ແລະ ພະນັກວິຊາການບາງຂະແໜງການ ຍັງຂາດຄວາມຮູ້ຄວາມເຂົ້າໃຈ ໃນການຈັດຕັ້ງປະຕິບັດວຽກງານການສຳຫຼວດຈັດສັນທີ່ດິນ ຂອງຂະແໜງການຕົນ ແລະ ຂອດການປະສານສົມທົບ ລາຍງານຄວາມຄືບໜ້າ ກໍ່ຍັງຊັກຊ້າ ຂາດຄວາມຕໍ່ເນື່ອງ;

 

2.     ວິທີການແກ້ໄຂ

-      ຕ້ອງສຸມໃສ່ ຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມ ທີ່ວາງອອກ ໃຫ້ມີຜົນສຳເລັດຕາມຄາດໝາຍ;

-      ລັດຖະບານ ກໍ່ຄືກະຊວງສາຍຕັ້ງ ແລະ ແຂວງ ຕ້ອງສະໜອງທາງດ້ານງົບປະມານ, ອຸປະກອນຮັບໃຊ້ ແລະ ພາຫະນະ ໃນການເຄື່ອນໄຫວວຽກງານການສຳຫຼວດວັດແທກ, ພິສູດຫຼັກຖານ ເພື່ອອອກໃບຕາດິນ ໃຫ້ພຽງພໍກັບຄວາມຕ້ອງການຕົວຈິງ ແລະ ປະຕິບັດຂອດການອະນຸມັດງົບປະມານ ໃຫ້ມີຄວາມວ່ອງໄວ ທັນກັບການເຄື່ອນວຽກງານຕົວຈິງ ເພື່ອເພີ່ມໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຂອງວຽກງານອອກໃບຕາດິນສູງຂຶ້ນ;

-      ການສ້າງນິຕິກຳ ແລະ ປັງປຸງ ຕ້ອງຄົ້ນຄວ້າຄວາມເປັນຈິງ ຢ່າງເລິກເຊິ່ງ ແລະ ເປັນເອກະພາບກັນຢ່າງສູງ ລະຫວ່າງອົງການນິຕິບັດຍັດ, ອົງການບໍລິຫານ;

-      ແຕ່ລະຂະແໜງການ, ກົມກອງ ຕ້ອງເປັນເຈົ້າການ ແລະ ຮີບຮ້ອນສຳຫຼວດທີ່ດິນຂອງຕົນເອງ ໃຫ້ສຳເລັດໂດຍໄວ ເພື່ອເປັນຂໍ້ມູນພື້ນຖານ ໃນການຄຸ້ມຄອງທີ່ດິນ ຕາມຂະແໜງການ ທີ່ກົດໝາຍກຳນົດໄວ້;

-      ຕ້ອງໄດ້ ຄຸ້ມຄອງ ແລະ ປະເມີນໂຄງການລົງທຶນຂອງລັດ ຕາມການແບ່ງຂັ້ນຄຸ້ມຄອງຢ່າງມີ ປະສິດທິພາບ ແລະ ປະສິດທິຜົນ, ເພີ່ມຄວາມອາດສາມາດ ໃນການຊຸກຍູ້ທຸກໂຄງການລົງທຶນ ແລະ ກິດຈະການ ຕ່າງໆ ໃຫ້ດຳເນີນຂະບວນການສຶກສາເບື້ອງຕົ້ນ ກ່ຽວກັບສິ່ງແວດລ້ອມ;

-      ສະໜອງງົບປະມານ ວຽກງານການຈັດຕັ້ງປະຕິບັດວຽກງານຂຽວ ສະອາດ ງາມຕາ ໃນການລົງເຜີຍແຜ່, ແນະນຳຄູ່ມື, ຕິດຕາມ, ປະເມີນຕາມແບບຟອມ ຂອງເປົ້າໝາຍທີ່ຄັດເລືອກຄົວເຮືອນ, ບ້ານ, ໂຮງຮຽນ, ຫ້ອງການສຳນັກງານທັງພາກລັດ-ເອກະຊົນ ແລະ ເທດສະບານ ໃນຂັ້ນເມືອງ, ເພື່ອສ້າງຄວາມເຂັ້ມແຂງໃຫ້ຫ້ອງການ ຊສ ເມືອງ, ວຽກງານສ້າງ ແລະ ປັບປຸງແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ ISP ໃນຂັ້ນແຂວງ ແລະ ເມືອງຕາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີ 2021-2025;

 

ພາກທີ 3

ທິດທາງແຜນການ ວຽກງານທີ່ດິນ ແລະ ວຽກສິ່ງແວດລ້ອມ ປີ 2024

 

1.   ວຽກງານທີ່ດິນ

-    ຄາດໝາຍສູ້ຊົນສໍາຫຼວດວັດແທກ ເພື່ອຂຶ້ນທະບຽນອອກໃບຕາດິນ ເປັນລະບົບ ຈໍານວນ 30.000 ຕອນ, ສູ້ຊົນເຊັນໃບຕາດິນ ໃຫ້ໄດ້ 21.000 ຕອນ ແລະ ຈ່າຍໃບຕາດິນ 19.500 ຕອນ;

-    ສືບຕໍ່ ຈັດຕັ້ງປະຕິບັດ ການມອບວຽກຂຶ້ນທະບຽນອອກໃບຕາດິນ ຢ່າງເປັນລະບົບໃຫ້ 14 ເມືອງ ແລະ ນະຄອນຈັດຕັ້ງປະຕິບັດ ໃຫ້ສໍາເລັດ, ເພື່ອໃຫ້ສອດຄ່ອງຕາມມາດຕາ 101,102,103,104,105 ຕາມກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019;

-    ປະສານສົບທົບ ກັບຂະແໜງກະສິກຳ ແລະ ປ່າໄມ້ ສຳຫຼວດວັດແທກ ອອກໃບຢັ້ງຢືນການນຳໃຊ້ທີ່ດິນ ຢູ່ໃນເຂດທີ່ດິນສາມປະເພດປ່າ ຕາມທິດຊີ້ນຳຂອງແຂວງ ໃຫ້ໄດ້ 117 ບ້ານ : ເມືອງນອງ  54 ບ້ານ ແລະ ເມືອງເຊໂປນ 63 ບ້ານ ຕິດພັນກັບວຽກ ທີ່ຕິດພັນກັບການຈັດສັນອາຊີບຄົງທີ່ໃຫ້ປະຊາຊົນ;

-    ກໍ່ສ້າງ ສາງເກັບມ້ຽນສຳນວນຕອນດິນ ແລະ ສ້ອມແປງຫ້ອງການ ຢູ່ຂັ້ນເມືອງ ໃຫ້ໄດ້ 03 ເມືອງ (ເມືອງ ສອງຄອນ, ໄຊພູທອງ, ອຸທຸມພອນ) ເພື່ອກະກຽມໃສ່ການເກັບມ້ຽນສຳນວນຕອນດິນ;

-    ມອບວຽກອອກໃບຕາດິນ ໃຫ້ກັບເມືອງທີ່ມີສາງເກັບມ້ຽນສຳນວນຕອນດິນ ແລະ ຄວາມພ້ອມທາງດ້ານເຄື່ອງອຸປະກອນການວັດແທກ, ຄວາມຮູ້-ທັກສະດ້ານວິຊາການ, ພ້ອມທັງຊັບຊ້ອນຈັດວາງພະນັກງານວິຊາການ ຈຳນວນຫນຶ່ງ (ນາຍຊາງວັດແທກ, ຫົວໜ້າສືບສວນສິດ) ຫັນລົງເຮັດວຽກຊ່ວຍເມືອງ ທີ່ຍັງຂາດບຸກຄະລາກອນ;

-    ສືບຕໍ່ຊຸກຍູ້ ຕິດຕາມ ການດຳເນີນການຈັດສັນທີ່ດິນ ຕາມມະຕິ ທີ່ສະພາປະຊາຊົນແຂວງ ໄດ້ຮັບຮອງ ສະບັບ ເລກທີ 02/ສພຊ.ສຂ

2.   ວຽກງານສິ່ງແວດລ້ອມ:

-      -    ວຽກສົ່ງເສີມຄຸນນະພາບສົ່ງແວດລ້ອມ: ແມ່ນຈະໄດ້ສືບຕໍ່ວຽກງານເທດສະບານເມືືອງຂຽວ ສະອາດ ງາມຕາໃຫ້ໄດ້ 02 ເມືອງ, ບ້ານຂຽວ ສະອາດ ງາມຕາ 05 ບ້ານ, ສ້າງໂຮງຮຽນໃຫ້ໄດ້ 01 ໂຮງຮຽນ ແລະ ເຜີຍແຜ່ນິຕິກຳຕ່າງໆ ໃຫ້ໄດ້  02 ເມືອງ;

-      -    ສ້າງ ແລະ ປັບປຸງແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ ISP ໃນຂັ້ນແຂວງ ແລະ ເມືອງໃຫ້ໄດ້ 02 ເມືອງ;

-      -    ສ້າງບົດລາຍງານ ສະພາບການຄຸ້ມຄອງສິ່ງແວດລ້ອມໃນທົ່ວແຂວງສະຫວັນນະເຂດ ປະຈຳປີ 2024;

-  - ທົບທວນບົດລາຍງານການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມໃຫ້ໄດ້ 10 ໂຄງການ ແລະ ອອກໃບຢັ້ງຢືນສິ່ງແວດລ້ອມ (IEE) ໃຫ້ໄດ້ 10 ໂຄງການ, ຕໍ່ໃບຢັ້ງຢືນສືບແວດລ້ອມ (IEE) ໃຫ້ໄດ້ 10 ໂຄງການ;

-      -    ອອກໃບຢັ້ງຢືນສິ່ງແວດລ້ອມ (EMMP) ໃຫ້ໄດ້ 20 ໂຄງການ ແລະ ຕໍ່ໃບຢັ້ງຢືນສິ່ງແວດລ້ອມ (EMMP)ໃຫ້ໄດ້ 05 ໂຄງການ

-      -    ປະກອບຄຳເຫັນໃສ່ ເອກະສານໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນທົ່ວແຂວງໃຫ້ໄດ້ 20 ໂຄງການ;

-      -    ຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ນິຕິກຳໃຕ້ກົດໝາຍ ວ່າດ້ວຍ "ການຄຸ້ມຄອງສິ່ງເສດເຫຼືອ ໃນທົ່ວແຂວງສະຫວັນນະເຂດ" ສະບັບເລກທີ 988/ຈຂ ລົງວັນທີ 12 ມິຖຸນາ 2023 ໃນ 14 ເມືອງ ແລະ 01 ນະຄອນ;

-      -    ສ້າງແຜນຫຼຸດຜ່ອນຄວາມສ່ຽງ ແລະ ຄວາມບອບເບົາຕໍ່ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດ.

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.