ພະແນກຊັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ປະຖະກະຖາ ເອກະສານມູນເຊື້ອວັນສຳຄັນຂອງຊາດ, ຂອງສາກົນ ແລະ ເປີດຂະບວນການ ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງ ພຊສ

     

     ຕອນເຊົ້າ ຂອງວັນທີ 04 ສິງຫາ 2023 ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງພະແນກຊັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສະຫວັນນະເຂດ ໄດ້ຈັດຕັ້ງພິທິປະຖະກະຖາ ເອກະສານມູນເຊື້ອວັນສຳຄັນຂອງຊາດ ແລະ ຂອງສາກົນ ປະກອບດ້ວຍ ເອກະສານຄື: ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົງໃຫ້ຫີນ ຊຽງຂວາງ ຄອບຮອບ 64 ປີ (18 ພຶດສະພາ 1959-18 ພຶດສະພາ 2023),  ເອກະສານ ວິລະກຳໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາຜູ້ນຳ ຂອງພັກ, ແນວລາວສ້າງຊາດ ຄົບຮອບ 63 ປີ(24 ພຶດສະພາ 1959 -24 ພຶດສະພາ 2023), ເອກະສານ ວັນກຳມະກອນສາກົນ ຄົບຮອບ 137 ປີ (01 ພຶດສະພາ 1886 -01 ພຶດສະພາ 2023), ເອກະສານ ໄຊຊະນະບັ້ນຮົມ ດຽນບຽນຟູ ຄົບຮອບ 69 ປີ (07 ພຶດສະພາ 1945 -07 ພຶດສະພາ 2023), ເອກະສານ ວັນເກີດທ່ານປະທານ ໂຮ່ຈີ່ມິນ ຄົບຮອບ 133 ປີ (19 ພຶດສະພາ 1890 -19 ພຶດສະພາ 2023) ແລະ ເອກະສານ ມູນເຊື້ອການກຳເນີດ ແລະ ການເຕີບໃຫຍ່ ຂະຫຍາຍຕົວຂອງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023. ​ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ມີຄະນະພັກຮາກຖານ, ຄະນະຂະແໜງ, ພະນັກງານ-ລັດຖະກອນ ແລະ ສະມາຊິກສະຫະພັນແມ່ຍິງຮາກຖານຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ  ສິ່ງແວດລ້ອມ ເຂົ້າຮ່ວມຈຳນວນ 62 ທ່ານ.

    ໃນໂອກາດດັ່ງກ່າວ,ທ່ານ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຊສ ແຂວງ ໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສຳຄັນ ຂອງແຕ່ລະວັນປະຫວັດສາດ ຂ້າງເທິ່ງນີ້ ເຊັ່ນວ່າ : ການຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນ ຊຽງຂວາງ ນັ້ນສ່ອງແສງໃຫ້ເຫັນວ່າການນໍາພາຂອງພັກຖືກຕ້ອງສະຫລາດສ່ອງໃສຂະບວນການຕໍ່ສູ້ ຂອງພວກ ເຮົາແມ່ນເປັນທໍາ. ສະນັ້ນ ການຜ່າວົງປິດລ້ອມຂອງກອງພັນທີ 2 ໄດ້ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງວ່າ: " ສິນທຳຍາມໃດ ກໍ່ຊະນະອະທໍາ ". ການຜ່າວົງປິດລ້ອມຂອງກອງພັນທີ 2 ແມ່ນໄຊຊະນະອັນໃຫຍ່ຫຼວງ ຂອງກໍາລັງປະກອບອາວຸດ ເຮົາທີ່ຢູ່ໃຕ້ການນໍາພາຂອງພັກເປັນເຫດການປະຫວັດສາດອັນສໍາຄັນຂອງຊາດຂອງພັກຂອງກອງທັບເຮົາ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະ ໃນໄລຍະຕໍ່ມາ, ຄະນະພັກ  ຄະນະບັນຊາພະນັກງານ  ສະມາຊິກພັກຕະຫຼອດນັກຮົບທຸກຄົນໃນກອງພັນທີ 2 ໄດ້ເສີມ ຂະຫຍາຍມູນເຊື້ອຕໍ່ສູ້ບໍ່ຍອມຈໍານົນຂອງບັນພະບູລຸດ ແລະ ປະຊາຊົນລາວ ຜູ້ຮັກຊາດ ສາມາດທັບມ້າງກົນອຸບາຍຂອງພວກຈັກກະພັດ ແລະ ລູກແຫຼ່ງຕີນມືຂອງພວກເຂົາທີ່ຫວັງດັບມອດກໍາລັງປະຕິວັດໂດຍສະເພາະແມ່ນ 2 ກອງພັນທີ່ເຂົ້າຮ່ວມກັບກອງທັບແຫ່ງຊາດ ນັ້ນຟັງທະລາຍລົງ ແລະ ຍັງສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງຄວາມຈົງຮັກພັກດີຄວາມສາມັກຄີເປັນຈິດຫນຶ່ງ ໃຈດຽວຄວາມອົດທົນຫມັ້ນຫນຽວບໍ່ຄອນແຄນຕໍ່ການນາບຂູ່ຫລອກລວງຂອງສັດຕູ. ນໍ້າໃຈສູ້ຮົບພິລະອາດ ຫານ ແລະ ມີໄຫວພິບຂອງ ກອງພັນທີ 2 ໄດ້ເປັນແວ່ນແຍງເປັນການປຸກລະດົມອັນແຮງກ້າໃຫ້ແກ່ຂະບວນ ການປະຕິວັດ ເພື່ອຕີເອົາຊະນະກັບຈັກກະພັດອາເມລິກາ ແລະ ລູກແຫຼ່ງຕີນມືພ້ອມດຽວກັນນັ້ນກໍ່ເຮັດໃຫ້ກຳລັງປະຕິວັດໂດຍສະເພາະແມ່ນກໍາລັງປະກອບອາວຸດປະຊາຊົນ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ, ເຮັດໃຫ້ຊື່ສຽງອິທິພົນຂອງກໍາລັງຝ່າຍປະເທດລາວ ( ແນວລາວຮັກຊາດ ) ນັບມື້ພົ້ນເດັ່ນຂຶ້ນໃນ  ເວທີສາກົນ, ປັດໄຈພື້ນຖານທີ່ເຮັດໃຫ້ກອງພັນທີ 2 ສາມາດຜ່າວົງປິດລ້ອມຢ່າງມີໄຊ ຍ້ອນມີການນໍາພາອັນຖືກຕ້ອງ ສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ; ເຫດການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາໄປສູ່ເຂດທີ່ຫມັ້ນປະຕິວັດ ຢ່າງປອດໄພ ນັ້ນຍ້ອນການນໍາພາ ອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິຫານ ແລະ ສູນກາງພັກການຊີ້ນໍາລະອຽດຕົວຈິງຂອງທ່ານ ສາລີ ວົງຄໍາຊາວຄະນະພັກແຂວງ ແຂວງວຽງຈັນ ທີ່ໄດ້ກະກຽມຢູ່ທາງນອກ ແລະ ທາງໃນ, ຍ້ອນນໍ້າໃຈຮັກຊາດອັນແຮງກ້າ ຂອງບັນດາຜູ້ນໍາເຮົາທີ່ມີຄວາມກ້າຫານຕັດສິນໃຈຕໍ່ສູ້ຍອມເສຍສະຫລະ ມີຄວາມປີຊາສາມາດຂົນຂວາຍສຶກສາອົບຮົມສາລະວັດທະຫານເຮັດໃຫ້ສັດຕູກາຍເປັນ ມິດ ສະຫາຍຮ່ວມຕາຍນໍາກັນ, ຍ້ອນສາລະວັດທະຫານມີນໍ້າໃຈຮັກຊາດອັນດູດດື່ມເບື່ອຫນ່າຍຕໍ່ອໍານາດປົກຄອງຫຸ່ນປະຕິການ. ເຂົາເຈົ້າ ມີຄວາມຈົ່ງຮັກພັກດີຊື່ສັດຕໍ່ຜົນສຸດຂີດກາຍເປັນຜູ້ໄຂປະຕູຫ້ອງຄຸມຂັງ ແຕ່ລະຫ້ອງ ແລະ ໄຂປະຕູຄຸກແລ້ວປ້ອງກັນ ແລະ ພາທາງຜູ້ນໍາພັກ ແລະ ແນວລາວຮັກຊາດຍ່າງອອກຈາກຄຸກໂພນເຄັງ ອອກໄປຢ່າງ ປອດໄພ, ຍ້ອນຄວາມຕື່ນຕົວຮັກຊາດຂອງປະຊາຊົນທຸກຊັ້ນຄົນນັບທັງພະສົງ... ໃນນະຄອນຫລວງວຽງຈັນ ແລະ ທົ່ວປະເທດ ໂດຍການປຸກລະດົມຂົນຂວາຍຈາກກອງຫນູນ ກໍາລັງປະຕິວັດມີຄວາມຕື່ນຕົວດໍາເນີນການຕໍ່ສູ້ເລັ່ງທວງໃຫ້ພວກປະຕິການປ່ອຍຜູ້ນໍາເມື່ອຜູ້ນໍາໂຕນອອກຈາກຄຸກ ເຂົາເຈົ້າກໍ່ຮັກສາຄວາມລັບປ້ອງກັນ ແລະ ລ້ຽງດູຜູ້ນໍາ, ຍ້ອນໄດ້ມີເຄື່ອນໄຫວປຸກລະດົມ ປະຊາຊົນດໍາເນີນການຕໍ່ສູ້ຢ່າງແຂງແຮງ, ການເຄື່ອນໄຫວຂອງຜູ້ຊົງຄຸນວຸດທິຜູ້ຮັກຫອມສັນຕິພາບເປັນກາງທີ່ໄດ້ສະຫນັບສະຫນູນຝ່າຍແນວ ລາວຣັກຊາດຕໍ່ສູ້ປ້ອງກັນຜູ້ນຫາວິທີບໍ່ໃຫ້ນໍາເອົາຜູ້ອອກຕັດສິນ, ຍ້ອນກໍາລັງຝ່າຍປະເທດລາວກອງພັນທີ 2 ແລະ ທະຫານທ້ອງຖິ່ນທີ່ປ້ອງກັນຜູ້ນໍາ ແລະ ກຽມ ພ້ອມທັບມ້າງທຸກການໄລ່ລ່າຂອງສັດຕູເປັນຜູ້ພາທາງທີ່ກໍານົດໄວ້ກ່ອນ ເພື່ອໃຫ້ຜູ້ນໍາອອກໄປສູ່ທ້ອງຖິ່ນຕ່າງໆ, ຍ້ອນການສະຫນັບສະໜູນຂອງພັກລັດ ແລະ ປະຊາຊົນຫວຽດນາມ ແລະ ປະເທດສັງຄົມນິຍົມອ້າຍ ນ້ອງນັບທັງອົງການສະຫະປະຊາຊາດ ທີ່ໄດ້ແຕ່ງຜູ້ແທນມາພົບກັບລັດຖະບານຫຸ່ນ ແລະ ກົດດັນໃຫ້ພວກ ປະຕິການຕ້ອງຮັບປະກັນຊີວິດໃຫ້ແກ່ຜູ້ນໍາທັງຫມົດຄວາມໝາຍສຳຄັນ ຂອງໄຊຊະນະດຽນບຽນຟູ  ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ ແຕ່ຍັງແມ່ນໂຊຊະນະ ຂອງປະຊາຊົນລາວ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ຮ່ວມສໍາພັນສູ້ຮົບຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍຕົນເອງ ໄຊຊະນະດັ່ງກ່າວໄດ້ດັບມອດເຈດຈໍານົງ ແລະ ການຮຸກຮານຂອງລັດທິລ່າເມືອງຂຶ້ນ ແບບເກົ່າບັງຄັບໃຫ້ລັດຖະບານຝຣັ່ງຈໍາຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບອິນດູຈີນຮັບຮູ້ຄວາມເປັນ ເອກະລາດແຫ່ງຊາດອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມລາວ ແລະ ກຳປູເຈຍ. ພາກເຫນືອຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ກາຍເປັນຖານທີ່ຫມັ້ນຂອງການປະຕິວັດທີ່ ເຂັ້ມແຂງທັງເປັນແນວຫລັງທີ່ແຫນ້ນແກ່ນ ໃຫ້ແກ່ການດໍາເນີນການຕໍ່ສູ້ຕ້ານຈັກກະພັດອາເມລິກາຢູ່ພາກໃຕ້ ຫວຽດນາມ, ໄຊຊະນະດຽນບຽນຟູ ແລະ ໄຊຊະນະໃນການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນຝຣັ່ງ ຂອງປະຊາຊົນ ຫວຽດນາມລາວ ແລະ ກໍາປູເຈຍ ແມ່ນເປັນເທື່ອທໍາອິດທີ່ໄດ້ເຮັດໃຫ້ລັດທິລ່າເມືອງແບບເກົ່າຖືກພັງທະລາຍ ລົງຢູ່ໃນໂລກໄຊຊະນະດັ່ງກ່າວຍັງເປັນບ່ອນອີງທີ່ຫນັກແຫນ້ນທັງເປັນແວ່ນແຍງທີ່ໃສແຈ້ງໃຫ້ແກ່ບັນດາປະ ຊາຊາດທີ່ຕົກເປັນຫົວເມືອງຂຶ້ນ ໄດ້ລຸກຂຶ້ນຕໍ່ສູ້ຕ້ານກັບການກົດຂີ່ຂູດຮີດ ແລະ ແອກຄອບຄອງເມືອງຂຶ້ນແບບ ເກົ່າຢູ່ຫລາຍບ່ອນໃນທົ່ວໂລກປະກອບສ່ວນອັນສົມກຽດເຂົ້າໃນພາລະກິດຕໍ່ສູ້ອັນຍິ່ງໃຫຍ່ຂອງມວນມະນຸດທີ ກ້າວຫນ້າເພື່ອສັນຕິພາບເອກະລາດປະຊາທິປະໄຕ ແລະ ຄວາມກ້າວຫນ້າຂອງສັງຄົມ...!  ສໍາລັບປະເທດລາວ ໄຊຊະນະດຽນບຽນຟູໄດ້ມີຄວາມສໍາຄັນໃນການສາມັກຄີພິເສດຮ່ວມສໍາພັນສູ້ ຮົບລະຫວ່າງລາວ  ຫວຽດນາມເປັນໄຊຊະນະຕ້ານສັດຕູຕົວດຽວກັນປະສານສົມທົບ ແລະ ອຸດຫນູນຊຶ່ງກັນ ແລະ ກັນ ເພາະວ່າ ດຽນບຽນຟູ ຢູ່ໃກ້ໆກັບຜົ້ງສາລີ ແລະ ຫົວພັນສະນັ້ນ ຕີຊະນະຝຣັ່ງຢູ່ດຽນບຽນຟູຈຶ່ງທັບ ມ້າງ ແຫລ່ງທີ່ຫມັ້ນສໍາຄັນ ຂອງສັດຕູເລົ່າຫວນຄືນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທ່ານໂຮ່ຈີ່ມິນ ໃນແຕ່ລະໄລຍະໂດຍສະເພາະແມ່ນມູນເຊື້ອການເຄື່ອນໄຫວພາລະກິດປະຕິວັດອັນອົງອາດກ້າຫານເດັດດ່ຽວຂອງປະທານໂຮ່ຈີ່ມິນ ຈົນກາຍເປັນນັກຮົບປະຕິວັດທີ່ຍິ່ງໃຫຍ່ເປັນວິລະບູລຸດ ເປັນຜູ້ນຳທີ່ມີຄວາມສາມາດສະຫລາດສ່ອງໃສເປັນນັກທິດສະດີ ແລະ ພຶດຕິກຳເປັນນັກປຸກລະດົມຂົນຂວາຍເປັນແບບຢ່າງທີ່ດີ ຂອງເພີ່ນ; ຍົກໃຫ້ເຫັນ ການກຳເນີດ ແລະ ການເຕີບໃຫຍ່ ຂອງອົງການຈັດຕັ້ັ້ງສະຫະພັນແມ່ຍິງລາວ ຕະຫຼອດເຖິງຜົນງານການເຄື່ອນໄຫວທີ່ພົ້ນເດັ່ນ ຂອງອົງການຈັດຕັ້ັ້ງສະຫະພັນແມ່ຍິງລາວໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໄລຍະປີ 1958-1975 ແລະ ການປະກອບສ່ວນຂອງແມ່ຍິງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄລຍະປີ 1976 ຈົນເຖິງປະຈຸບັນ.

ຈາກນັ້ນ ໃນວາລະສຸດທ້າຍຂອງພິທີດັ່ງກ່າວ ທາງສະຫະພັນແມ່ຍິງ ຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ  ສິ່ງແວດລ້ອມແຂວງ ສະຫວັນນະເຂດ ກໍ່ໄດ້ເປີດຂະບວນການ ແຂ່ງຂັນ 3 ດີ ປະຈຳປີ 2023 ຂອງຕົນຂຶ້ນຢ່າງເປັນທາງການ.


ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.