ສາມອົງການຈັດຕັ້ງມະຫາຊົນ ຂອງຮາກຖານ ພຊສ ໄດ້ພ້ອມກັນສ້າງຂະບວນການ ອອກແຮງງານ ອະນາໄມລວມ ແລະ ປູກຕົ້ນດອກໄມ້ປະດັບປະດາ

ໃນຕອນເຊົ້າ, ວັນທີ 07ຕຸລາ 2022 ສາມອົງການຈັດຕັ້ງມະຫາຊົນ ຄື : ຊາວໜຸ່ມ, ກຳມະບານ ແລະ ແມ່ຍິງ ຮາກຖານ ພຊສ ໄດ້ພ້ອມກັນສ້າງຂະບວນການອອກແຮງງານອະນາໄມລວມ ແລະ  ປູກໄມ້ປະດັບ ທາງດ້ານໜ້າ ຂອງພະແນກການຕົນ ເພື່ອເປັນການຂຳນັບຮັບຕ້ອນ ວັນປະກາດເອກະລາດ ( 12 ຕຸລາ), ວັນຄູແຫ່ງຊາດ (7 ຕຸລາ), ກອງປະຊຸມ ຄະນະບໍລິຫານງານພັກແຂວງ ຄັ້ງທີ 8 ສະໄໝທີ ແລະ  ເພື່ອເຮັດໃຫ້ພະແນກການຂອງຕົນ ເປັນແບບຢ່າງ ໃນການຈັດຕັ້ງປະຕິບັດ ວຽກງານ ຂຽວ ສະອາດ ງາມຕາ ເຊິ່ງມີຈໍານວນສະມາຊິກເຂົ້າຮ່ວມ ທັງໝົດ 74 ສະຫາຍ, ຍິງ 35 ສະຫາຍ




ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.