ຄະນະຮາກຖານ ຊາວໜຸ່ມ ພຊສ ໄດ້ລົງເຄື່ອນໄຫວຢ້ຽມຢາມສະມາຊິກຊາວໜຸ່ມ ຕົວແບບ ຂອງຮາກຖານຊາວໜຸ່ມ ພຊສ ແຂວງສະຫວັນນະເຂດ

ໃນຕອນເຊົ້າຂອງວັນທີ 08 ກໍລະກົດ 2022 ຄະນະຮາກຖານຊາວໜຸ່ມ ພຊສ ແຂວງ ໄດ້ລົງເຄື່ອໄຫວຢ້ຽມຢາມສະມາຊິກຊາວໜຸ່ມຕົວແບບ ຄື ສະຫາຍ ນາງ ທັດສະນາລອນ ອິນທິລາດ ທີ່ໄດ້ ປູກພືດເປັນສິນຄ້າເປັນຕົ້ນ ຜັກແປ້ນ ແລະ ປູກພືດສໍາຮອງ ຈຳນວນໜຶ່ງ ເຊັ່ນວ່າ: ປູກຂ່າ, ໝາກຟັກ, ໝາກແຄ້ວງ... ເຊິ່ງສວນຂອງຜູ້ກ່ຽວຕັ້ງ ຢູ່ບ້ານສະໜາມໄຊ, ນະຄອນໄກສອນ ພົມວິຫານ ມີຂະໜາດ 20 ແມັດ x 40 ແມັດ ເນື້ອທີ່ປະມານ 800 ຕາແມັດ.

ຈຸດເລີ່ມຕົ້ນຂອງການສ້າງເສດຖະກິດຄອບຄົວ ດ້ວຍການປູກຜັກແປ້ນຂາຍສົ່ງ ນັ້ນເບຶ້ອງຕົ້ນ ສະຫາຍ ນາງ ທັດສະນາລອນ ອິນທິລາດ ແມ່ນເພື່ອສ້າງລາຍຮັບເສີມໃຫ້ແກ່ຄອບຄົວ ເປັນການແກ້ໄຂຄວາມຫຍຸ້ງຍາກ ໃນໄລຍະທີມີສະພາບການແຜ່ລະບາດ ຂອງພະຍາດ covid 19 ຈຶ່ງເກີດມີແນວຄວາມຄິດລິເລີ່ມ ປູກຜັກແປ້ນ ໂດຍໄດ້ຮັບຄໍາແນະນໍາ ຈາກທາງບໍລິສັດທີ່ຕ້ອງການຊື້ຜັກດັ່ງກ່າວໄປເປັນສ່ວນປະກອບຂອງອາຫານ ໃຫ້ພະນັກງານຂອງຕົນ ເຊິ່ງໃນເບື້ອງຕົນ ມີບໍລິສັດ ຊັນເປເປີ້ ໂຮນດິ້ງລາວ ຈຳກັດ ແລະ ຕໍ່ມາກໍ່ເພີ່ມນຶ່ງບໍລິສັດ ຄືບໍລິສັດ ດ່ອນສະຫວັນ ລວມເປັນ 2 ບໍລິສັດ;

ທຶນທີ່ນຳໃຊ້ເຂົ້າໃນການປູກຝັງ ເບື່ອງຕົ້ນແມ່ນ 2.500.000 ກີບ ແຍກເປັນ ຄ່າໃຊ້ຈ່າຍໃນການ ເຮັດຮົ້ວອ້ອມສວນ, ກະກຽມດິນປູກ, ແນວພັນຜັກ, ແນວພັນໝາກຟັກ ແລະ ເດີນທໍ່ນ້ຳ, ພາຍຫຼັງທີ່ໄດ້ເຮັດໄປໄລຍະນຶ່ງ  ກໍ່ເຫັນວ່າມີລາຍຮັບສະເລັ່ຍ ປະມານ 3-4 ລ້ານກີບຕໍ່ເດືອນ ລາຍຮັບດັ່ງກ່າວແມ່ສາມາດແບ່ງເບົາຈູນເຈືອລາຍຈ່າຍອື່ນໆຂອງຄອບຄົວ ໄດ້ຫຼາຍສົມຄວນ ເຊັ່ນວ່າ : ຄ່ານໍ້າປະປາ, ຄ່າໄຟຟ້າ, ການຢູ່ການກິນໃນແຕ່ລະວັນ, ຄ່ານ້ຳມັນລົດ ແລະ ສ່ວນທີ່ເຫຼືອ ກໍ່ເປັນເງິນເກັບໄວ້ໃຊ້ໃນຍາມທີ່ຈຳເປັນ ແລະ ປີໜຶ່ງຕົກຢູ່ປະມານ 40-50 ລ້ານກີບຕໍ່ໜຶ່ງປີ, ຮອດປະຈຸບັນນີ້ເປັນເວລາປີກວ່າແລ້ວ.

ໃນຕອນທ້າຍຂອງການລົງເຄື່ອນໄຫວ ໃນຄັ້ງນີ້ຄະນະຮາກຖານ ຊາວໜຸ່ມ ພຊສ ໄດ້ສະແດງຄວາມຊົມເຊີຍ ຕໍ່ກັບສະຫາຍສະມາຊິກຊາວໜຸ່ມຕົວແບບທີ່ມີຄວາມຫ້າວຫັນສ້າງເສດຖະກິດຄອບຄົວ ເຊິ່ງເປັນແບບຢ່າງທີ່ດີ ໃຫ້ແກ່ບຸກຄົນອື່ນ.




ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.