ຮາກຖານພັກ ພຊສ ແຂວງສະຫວັນນະເຂດ ສຳເລັດ ກອງປະຊຸມ ດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມໂຄງປະກອບບຸກຄະລາກອນຂັ້ນຂອງຕົນ

ກອງປະຊຸມ ດໍາເນີນຊີວິດການເມືອງທ້າຍສະໄໝ ແລະ ທາບທາມໂຄງປະກອບບຸກຄະລາກອນ ຄະນະພັກຮາກຖານ ພຊສ ແຂວງ ໄດ້ດຳເນີນເປັນເວລາ 02 ວັນ ລະຫວ່າງ ວັນທີ 1 ຫາວັນທີ 2 ມີນາ 2022 ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍການເປັນປະທານຂອງ ສະຫາຍ ບົວສອນ ມະຫາວົງ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງມີສະຫາຍ ພູທອນ ຍອດບຸນເຮືອງ ເລຂາຄະນະພັກຮາກຖານ ຫົວໜ້າ ພຊສ ແຂວງມີຜູ້ຕາງໜ້າ ຈາກຄະນະກວດກາພັກແຂວງຕາງໜ້າຄະນະຈັດຕັ້ງແຂວງເລຂາໜ່ວຍພັກອ້ອມຂ້າງອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກພັກໃນຮາກຖານພັກເຂົ້າຮ່ວມ ເຊິ່ງມີຜູ້ແທນສົມບູນ ຈຳນວນ 94/37 ສະຫາຍສຳຮອງ 04/03 ສະຫາຍມີບັນດາແຂກຖືກເຊີນ ຈຳນວນ 12 ສະຫາຍຍິງ 05 ສະຫາຍ.

ໃນທີ່ປະຊຸມ ສະຫາຍ ບຸນຍອດ ນາມເສນາ ຄະນະພັກຮາກຖານ, ຮອງຫົວໜ້າພະແນກ ຊສ ແຂວງ ໄດ້ຮັບກຽດຂຶ້ນຜ່ານຮ່າງບົດລາຍງານການເມືອງ ແລະ ບົດຊີ້ນຳໆພາລວມ ຂອງຄະນະພັກຮາກຖານ ພຊສ ແຂວງ ຊຸດທີ II ເຊິ່ງໃຫ້ຮູ້ວ່າ: ຮາກຖານພັກ ພຊສ ແຂວງ ປະກອບມີ 03 ໜ່ວຍພັກຂຶ້ນກັບຄື: ໜ່ວຍພັກຂະແໜງບໍລິຫານ ແລະຈັດຕັ້ງ, ໜ່ວຍພັກຂະແໜງນ້ຳ ແລະ ສິ່ງແວດລ້ອມ ແລະ ໜ່ວຍພັກຂະແໜງທີ່ດິນ ຮາກຖານພັກ ພຊສ ມີສະມາຊິກພັກທັງໝົດ ຈຳນວນ 94/37 ສະຫາຍສຳຮອງ 04/03 ສະຫາຍ, ປະຈຸບັນ ມີຄະນະພັກຮາກຖານ 04 ສະຫາຍ ຜົນງານອັນຜົ້ນເດັ່ນເຊັ່ນ : ດ້ານວຽກງານ ການເມືອງ ຄະນະພັກໄດ້ສຸມໃສ່ຄົ້ນຄ້ວາ ນໍາພາວຽກງານການເມືອງ - ແນວຄິດ ຢ່າງຕໍ່ເນື່ອງ ດ້ວຍຫຼາຍວິທີ, ຫຼາຍຮູບແບບເພື່ອສ້າງເງື່ອນ ໄຂໃຫ້ບັນດາສະຫາຍ ສະມາຊິກພັກ, ພະນັກງານທຸກສະຫາຍ ໄດ້ເຂົ້າຮ່ວມ, ຮັບຟັງການເຜີຍແຜ່, ເຊື່ອມຊຶມເອກະສານສໍາຄັນຕ່າງໆ ຂອງພັກ - ລັດ ເຮັດໄດ້ທັງ​ໝົດ ຈຳນວນ 43 ຄັ້ງ ​ເຊິ່ງມີ​ຜູ້​ເຂົ້າຮ່ວມລວມທັງໝົດ 6.020 ເທື່ອ​​ຄົນ ຍິງ 2.150 ເທື່ອ​ຄົນ; ວຽກງານປັບປຸງກໍ່ສ້າງພັກ-ຂະ​ຫຍາຍ​ພັກ ສາມາດສ້າງໜ່ວຍພັກໄດ້ຮັບນາມມະຍົດ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງ 03 ໜ່ວຍ ຫຼາຍສະໄໝຕິດຕໍ່ກັນ; ສະເໜີມະຫາຊົນ​ຜູ້​ກ້າວໜ້າ ເຂົ້າ​ຮຽນ​ສະໜັບສະໜູນໄດ້​​ 39/19 ສະຫາຍ ທຽບໃສ່ ຄາດໝາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ II ເຫັນວ່າເພີ່ມຂຶ້ນ 1,3% ແລະ ຮັບມະຫາຊົນກ້າວໜ້າ​​ເຂົ້າເປັນສະມາຊິກພັກສໍາຮອງໄດ້ 27/13 ສະຫາຍ ຖ້າທຽບໃສ່ຄາດໝາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ II ເຫັນວ່າເພີ່ມຂຶ້ນ 1,29% ແລະ ມີເປົ້າໝາຍມະຫາຊົນກ້າວໜ້າທີ່ຈະໄດ້ນຳສະເໜີຄະນະພັກຂັ້ນເທິງ ເປີດຮຽນສະໜັບສະໜູນໃນຕໍ່ໜ້ານີ້ 05/02 ສະຫາຍ;  ວຽກການກໍ່ສ້າງ ແລະ ບໍາລຸງພະນັກງານ ໄດ້ສົ່ງສະມາຊິກພັກພະນັກງານໄປຍົກລະດັບ ວິຊະສະເພາະ ລະດັບປະຣິນຍາໂທ 04/01 ສະຫາຍ, ລະດັບຊັ້ນກາງ 5/04 ສະຫາຍ; ໄປຍົກລະດັບທິດສະດີການເມືອງ ຊັ້ນສູງ 8/1 ສະຫາຍ, ຊັ້ນກາງ 5/0 ສະຫາຍ, ຊັ້ນຕົ້ນ 11/2 ສະຫາຍ, ບຳລຸງ 5/2 ສະຫາຍ; ຊັບຊ້ອນພະນັກງານ ລົງເຮັດວຽກກໍ່ສ້າງຢູ່ຂັ້ນຮາກຖານ ໂດຍຕິດພັນກັບຂະບວນການວຽກງານ 3 ສ້າງ ປະຈຳຢູ່ເມືອງ, ບ້ານ ຈຳນວນ  110/24 ສະຫາຍ ແລະ ລົງກໍ່ສ້າງຍາວນານ ມີ 09/01 ສະຫາຍ; ການນຳພາການຈັດຕັ້ງລັດ ແລະ ອົງການຈັດຕັ້ງມະຫາຊົນ ຍາດໄດ້ນາມມະຍົດ ຢັ້ງຢືນເປັນ ຊາວໜຸ່ມ 4 ບຸກ 03 ສະໄໝ ແລະ ໄດ້ຮັບທຸງໄຊນໍາໜ້າ 4 ບຸກ I ສະໄໝທີ, ໄດ້ຮັບຢັ້ງຢືນເປັນ ຮາກຖານກຳມະບານ 2 ດີ 5 ເປັນເຈົ້າ 2 ຄັ້ງ ແລະ  ຮາກຖານກໍາມະບານ 5 ເປັນເຈົ້າ 3 ຄັ້ງ ແລະ ຮັບທຸງໄຊ 5 ເປັນເຈົ້າ II ສະໄໝ, ໄດ້ຮັບຮອງເປັນ ສະຫະພັນແມ່ຍິງ 3 ດີ II ສະໄໝ; ດ້ານວຽກງານວິຊາສະເພາະ ບັນລຸໄດ້ຫຼາຍຄາດໝາຍ ມາດຕະຖານການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ໃນຂົງເຂດວຽກງານ ຊສ ຕິດພັນກັບ 25 ຕົວຊີ້ບອກ ແລະ ສາມາດບັນລຸໄດ້ 20 ຕົວຊີ້ບອກ ເທົ່າກັບ 80%, ສ້າງລາຍຮັບດ້ວຍຕົນເອງ ກຸ່ມຕົນເອງ ເພິິ່ງຕົນເອງທາງດ້ານງົບປະມານວິຊາການ ໄດ້ 15.079.194.873 ກີບ, ເທົ່າກັບ 94,44 % ຂອງແຜນ ການລວມ 15.966.718.176 ກີບ ພ້ອມນັ້ນກໍ່ເກັບລາຍຮັບຈາກຄ່າທຳນຽມ ມອບເຂົ້າປະມານແຫ່ງລັດໄດ້ 191.600.000 ກີບ, ຍາດແຍ່ງເອົາງົບປະມານກໍ່ສ້າງຫ້ອງການ ຊສ ເມືອງ ໄດ້ 5 ເມືອງຄື ລວມມູນຄ່າກໍ່ສ້າງ 3.724.852.265 ກີບ, ອອກໃບຕາດິນໄດ້ 93.568 ຕອນ ເຊັນໃບຕາດິນໄດ້ 54.972 ຕອນ ຈ່າຍໃບຕາດິນໄດ້ 52.516 ຕອນ; ສຳເລັດການສ້າງແຜນຈັດສັນທີ່ດິນເບື້ອງຕົ້ນ, ສຳເລັດການສ້າງ ແລະ ປັບປຸງ ນິຕິກຳໃຕ້ກົດໝາຍວ່າດ້ວຍການກຳນົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງໃນທົ່ວແຂວງ, ກວດກາ ແລະ ປະເມີນຜົນກິດຈະການການລົງທຶນ ໂຮງຈັກ-ໂຮງງານຕ່າງໆ ໄດ້ 120 ຄັ້ງ, ຊຸກຍູ້ໂຄງການການລົງທຶນໃນການສ້າງບົດລາຍງານສິ່ງແວດລ້ອມ ໄດ້  54 ໂຄງການ, ລາຍງານສະພາບຜົນກະທົບ ສ້າງຄວາມເສັຍຫາຍຈາກສະພາບໄພທໍາມະຊາດ ແລະ  ເຫດການທີ່ເກີດຂື້ນ ພາຍໃນແຂວງ ໄດ້ 08 ຄັ້ງ ໄປຄຽງຄູ່ກັບການທົບທວນ ເອກະສານດ້ານສິ່ງແວດລ້ອມ ແລະ ອອກໃບຢັ້ງຢືນ ສິ່ງແວດລ້ອມ ໄດ້ທັງໝົດ 214 ໂຄງການໃນນັ້ນ ມີ EIA  4 ໂຄງການ, IEE 49 ໂຄງການ ແລະ EMP 161 ໂຄງການ; ຕິດຕາມກວດກາຄຸນນະພາບນໍ້າ 44 ຄັ້ງ,ສົ່ງຂ່າວສານອາກາດການບິນ (Metar) ໃຫ້ຫໍບັງຄັບການບິນ ໄດ້ 14.235 ຊົ່ວໂມງ, ສົ່ງຂ່າວສານອາກາດ ທ້ອງຖິ່ນ (Synoptic) ໄດ້ 20.805 ຊົ່ວໂມງ ແລະ ອອກຂ່າວສະພາບອາກາດໄດ້ 108 ຄັ້ງ, ລາຍງານຂໍ້ມູນອຸຕຸນິຍົມ-ອຸທົກະສາດໃຫ້ ພາກສ່ວນທີ່ກ່ຽວຂ້ອງ ໄດ້ 14 ຄັ້ງ ຈາກນັ້ນ ບັນດາສະຫາຍ ຜູ້ແທນກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນ ຕໍ່ບັນດາເອກະສານ ທີ່ນຳມາຜ່ານໃນກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດ ແຫ່ງຄວາມສາມັກຄີຄວາມເປັນເອກະພາບ ແລະ ສຳເລັດຕາມຈຸດປະສົງທີ່ວາງໄວ້.                     .

ໃນກອງປະຊຸມ ກໍ່ຮັບຟັງ ທິດຊີ້ນຳຈາກຄະນະພັກຂັ້ນເທິງ ເຊິ່ງເພີ່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ໄຊຊະນະ ທີ່ຮາກຖານພັກ ພຊສ ຍາດມາໄດ້ ເຊິ່ງແມ່ນໝາກຜົນລວມ ຂອງການຈັດຕັ້ງນຳພາ ແລະ ຄວາມບຸກໜ້າບືນຕົວ ຂອງບັນດາສະຫາຍ ສະມາຊິກພັກ-ພະນັກງານ ຈົນຍາດມາໄດ້ຜົນສຳເລັດຫຼາຍດ້ານ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນຜົນງານລວມ ຂອງພະແນກ ຊສ ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ດ້ານອ່ອນຂໍ້ຄົງຄ້າງ ແລະ ໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກ ຊຸດໃໝ່ ສືບຕໍ່ປັບປຸງແກ້ໄຂ. ຫຼັງຈາກນັ້ນກໍ່ໄດ້ມີການ ແນະນໍາການຂຽນບົດສໍຳຫຼວດບຸກຄົນຄະນະພັກຮາກຖານ, ບຸກຄົນເລຂາໜ່ວຍພັກ, ຄໍາຕໍານິສົ່ງຂ່າວແບບປິດລັບ, ແນະນໍາ ແລະ ດໍາເນີນການທາບທາມຄະນະພັກຊຸດໃໝ່, ຜູ້ແທນສົ່ງຊອງຄໍາຕໍານິສົ່ງຂ່າວແບບປິດລັບ, ແລ້ວພັກຜ່ອນເຮັດວຽກວິຊາການຂອງຕົນ ຕາມປົກກະຕິ ແລະ ດໍາເນີນສໍາຫຼວດ ບຸກຄົນຄະນະພັກຮາກຖານ ແລະ ບຸກຄົນເລຂາໜ່ວຍພັກ ລວມທັງ ຄະນະພະແນກ ທີ່ບໍ່ຢູ່ໃນຕຳແໜງ ເລຂາໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ

ຕອນທ້າຍຂອງກອງປະຊຸມ ໄດ້ມີການຂຶ້ນຊີ້ແຈງ ຄໍາຕໍານິສົ່ງຂ່າວຕໍ່ອັນລວມ ຂອງຄະນະພັກ ແລະ ບຸກຄົນ ໃຫ້ຜູ້ແທນກອງປະຊຸມຮັບຊາບ ແລະ ຜ່ານຮ່າງບົດສະຫຼຸບຂອງການດຳເນີນຊີວິດການເມືອງ ໂດຍຍົກໃຫ້ເຫັນດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້ ແລະ ວິທີແກ້ໄຂຕໍ່ໜ້າ.


ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.