ມອບໃບຢັ້ງຢືນ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ແກ່ 3 ໜ່ວຍພັກ ທີ່ຂຶ້ນກັບ ຮາກຖານພັກ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ

 

ໃນວັນທີ 05 ພະຈິກ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ ໄດ້ຈັດພິທິມອບໃບຢັ້ງຢືນ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ແກ່ 3 ໜ່ວຍພັກທີ່ຂຶ້ນກັບຮາກຖານພັກພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ

ໃນພິທີຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານ ມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການຮັບຮອງເອົາໜ່ວຍພັກ  ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງ 3 ໜ່ວຍພັກຄື: ໜ່ວຍພັກຂະແໜງຈັດຕັ້ງ-ບໍລິຫານ; ໜ່ວຍພັກຂະແໜງທີ່ດິນ ແລະ ໜ່ວຍພັກຂະແໜງນ້ຳ-ສິ່ງແວດລ້ອມ. ຈາກນັ້ນກໍ່ໄດ້ມອບ ໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ກັບ 3 ໜ່ວຍພັກ ທີ່ຮັບຮອງໃນຄັ້ງນີ້, ໃຫ້ກຽດ ມອບໂດຍ ສະຫາຍ ລໍາທອງ ຂອບສີລາວົງ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກແຂວງ ແລະ ຮັບໂດຍສະຫາຍ ພິດສະໄໝ ນາມມຸນຕີ ເລຂາໜ່ວຍພັກຂະແໜງຈັດຕັ້ງ-ບໍລິຫານ, ສະຫາຍ ບຸນຍອດ ນາມເສນາ ເລຂາໜ່ວຍພັກຂະແໜງທີ່ດິນ ແລະ ສະຫາຍ ຈັນເພັງໃສ ດາລາຊະວົງ ເລຂາໜ່ວຍພັກຂະແໜງນ້ຳ-ສິ່ງແວດລ້ອມ. 




ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.