ພິທີປະກາດ ການແຕ່ງຕັ້ງ ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ແລະ ຫົວໜ້າຂະແໜງ, ຮອງຂະແໜງ ຂອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ

ຕອນບ່າຍ ວັນທີ 31 ພຶດສະພາ 2021 ຢູ່ຫ້ອງປະຊຸມຊັ້ນ 4 ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ມີການຈັດພິທີປະກາດ ການແຕ່ງຕັ້ງ ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ແລະ ຫົວໜ້າຂະແໜງ, ຮອງຂະແໜງ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພູທອນ ຍອດບຸນເຮືອງ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ພິທີດັ່ງກ່າວ ມີບັນດາທ່ານຄະນະນຳພະແນກ ຊສ ແລະ ມີບັນດາທ່ານ ພະນັກງານຫຼັກແຫຼ່ງ, ພະນັກງານວິຊາການ ເຂົ້າຮ່ວມ.


ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.