ກອງປະຊຸມທາບທາມ ບຸກຄະລາກອນ ເຂົ້າໃສ່ໂຄງປະກອບ ການຈັດຕັ້ງຄະນະພະແນກ ຊສ ແຂວງສະຫວັນນະເຂດ

 

ໃນວັນທີ 20 ຕຸລາ 2020 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ເຂົ້າໃສ່ໂຄງປະກອບການຈັດຕັ້ງ ຄະນະພະແນກ ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ບົວສອນ ມະຫາວົງ  ກຳມະການພັກແຂວງ, ຮອງຫົວໜ້າຄະນະຈັດຕັ້ງແຂວງ; ທ່ານ ພູທອນ ຍອດບຸນເຮືອງ  ເລຂາຄະນະພັກຮາກຖານ ພຊສ, ຫົວໜ້າພະແນກ ຊສ; ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ວິຊາການ ທີ່ມາຈາກພະແນກກວດກາແຂວງ, ຈັດຕັ້ງແຂວງ ພ້ອມດ້ວຍ ພະນັກງານລັດຖະກອນ ຂອງພະແນກ ຊສ ເຂົ້າຮ່ວມ;

ໃນທີ່ປະຊຸມ ໄດ້ລົງຄະແນນສຽງທາບທາມ ເປີດກ້ວາງ ຮອບທີ 1 ໄດ້ທາມທາບຄັດເລືອກໄດ້ 7 ທ່ານ ເພື່ອນຳເຂົ້າໃນເປົ້າໝາຍ ໂຄງປະກອບການຈັດຕັ້ງ ຄະນະພະແນກ ແລະ ຮອບທີ 2 ໄດ້ທາມທາບຄັດເລືອກເອົາ 3 ທ່ານ ເພື່ອນຳສະເໜີຂັ້ນເທິງ ຄົ້ນຄວ້າພິຈາລະນາ

ມາຮອດເວລາ 11 ໂມງ 30 ນາທີ ຂອງວັນດຽວກັນ  ກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ.


ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.