ທົດລອງປະຊຸມທາງໄກ Video Conference



ທົດລອງ ນຳໃຊ້ປະຊຸມທາງໄກ Video Conference ລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖິ່ນ
( ກະຊວງ ຊສ ກັບບັນດາ ພະແນກ ການ ສຊ ແຂວງ, ນະຄອນ ທົ່ວປະເທດ)




 
ໃນຕອນເຊົ້າເວລາ 08:30 ນາທີ ຂອງວັນທີ 13 ພຶດສະພາ  2020, ພະແນກ ພຊສ ແຂວງໄດ້ເຂົ້າຮ່ວມ ກອງປະຊຸມທາງໄກ ( Video Conference ) ພາຍໃຕ້ເປັນປະທານກອງປະຊຸມຂອງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍມີບັນດາ ຫົວໜ້າກົມ, ຮອງກົມ ຂອງກະຊວງ ຊສ ແລະ ບັນດາພະແນກການ ຊສ 17 ແຂວງ ແລະ ນະຄອນຫຼວງ ເຂົ້າຮ່ວມ ຢ່າງພ້ອມພຽງ;
ທີ່ປະຊຸມໄດ້ຮັບຟັງການລາຍງານສະພາບລວມ ແລະ ຜົນການເຄື່ອນໄຫວວຽກງານ ສຊ ໃນໄລຍະຜ່ານມາ, ທິດທາງໃນຕໍ່ໜ້າ ແລະ ສະພາບການຂັ້ນທ່້ອງຖິ່ນ ໃນໄລຍະເຝົ້າລະວັງ-ຕ້ານພະຍາດ ສາຍພັນໃຫ່ມ ໂຄວິດ-19. 
ຈາກນັ້ນ, ໃນຕອນທ່ານລັດຖະມົນຕີ ໄດ້ມີຄຳເຫັນ ແລະ ໂອ້ລົມຕໍ່ກອງປະຊຸມ ກ່ຽວກັບແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ.


ມາຮອດເວລາ 12 ໂມງ 00 ນາທີ ຂອງວັນດຽວກັນ  ກອງປະຊຸມກໍ່ໄດ້ປິດລົງຢ່າງເປັນທາງການ.

ไม่มีความคิดเห็น:


รูปภาพธีมโดย konradlew. ขับเคลื่อนโดย Blogger.